ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄໍາປາໄສ ໃນກອງປະຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງບັນດາຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ

SLXThaiUNDP

 

ໃນວັນທີ 09 ມີນາ2017 ທີຜ່ານມາ, ທ່ານ ສະເຫຼີມ ໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຮັບການເຊຶ້ອເຊີນໂດຍຕາງຫນ້າໃຫ້ບັນດາປະເທດໃນທະວີບອາຊີ ຂຶ້ນກ່າວຄໍາປາໄສ ຢູ່ໃນພາກເປີດຂອງກອງປະຊຸມບັນດາຜູ້ປະສານງານ ອົງການ ແລະ ບັນດາຜູ້ຕາງໜ້າອົງການ ເພື່ອການພັດທະນາ ປະຈຳ ປະເທດຕ່າງໆ ຢູ່ພາກພື້ນອາຊີ-ປາຊີຟິກ ຈັດຂຶ້ນພາຍໃຕ້ຫົວຂໍ້ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນຍຸກໃໝ່”. ໃນບົດກ່າວຄຳປາໄສຕໍ່ກອງປະຊຸມ, ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ໄດ້ຕີລາຄາຄືນ ກ່ຽວກັບ ສະພາບດ້ານການພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນ, ບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ເພື່ອບັນລຸເປົ້າຫມາຍການພັດທະນາແບຍຍືນຍົງຂອງ ສປຊ ລວມທັງເນັ້ນໃຫ້ເຫັນເຖິງພາລະບົດບາດ ແລະ ຫນ້າທີ່ຂອງອົງການ ສປຊ ໂດຍສະເພາະ ອົງການ ສປຊ ດ້ານການພັດທະນາ (UNDP) ທີ່ໄດ້ໃຫ້ການຊ່ວຍເຫລືອບັນດາປະເທດຕ່າງໆ ໃນວຽກງານການພັດທະນາ ໃນທ່າມກາງທີ່ປະຊາຄົມໂລກພວມປະເຊີນໜ້າກັບສິ່ງທ້າທາຍ ແລະ ການປ່ຽນແປງໃໝ່ຫລາຍດ້ານ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ສປປ ລາວ ຍັງໄດ້ຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນ ໃນລະດັບປະເທດພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການ ຂອງ ສປປ ລາວ ໃນການສ້າງ ແລະ ປະຕິບັດຂອບການຮ່ວມມືດ້ານການພັດທະນາ ລະຫວ່າງ ປ ລາວ ແລະ ອົງການ ສປຊ ຕະຫລອດໄລຍະຜ່ານມາ ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ກອງປະຊຸມ ກ່ຽວກັບ ນະໂຍບາຍແລະທິດທາງສຳລັບການຂະຫຍາຍການຮ່ວມມືກັບອົງການເຄືອຂ່າຍ ສປຊ ທີ່ເຮັດວຽກດ້ານການພັດທະນາໃນຊຸມປີຕໍ່ໜ້າ, ຊຶ່ງໃນນັ້ນ ທ່ານລັດຖະມົນຕີ ໄດ້ເນັ້ນຫນັກໃຫ້ ອົງການ ສປຊ ກໍານົດບັນດາເປົ້າຫມາຍຂອງແຜນງານຮ່ວມມືໃນລະດັບປະເທດ ໂດຍແທດເຫມາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະໃຫ້ສອດຄ່ອງກັບບັນດາບູລິມະສິດ ແລະ ຈຸດສຸມສຳລັບວຽກງານການພັດທະນາແຫ່ງຊາດ ເພື່ອສາມາດຊ່ວຍໃຫ້ບັນດາປະເທດເຫລົ່ານັ້ນ ສາມາດບັນລຸເປົ້າໝາຍການພັດທະນາແບຍືນຍົງຂອງສາກົນ.

 

ສປປ ລາວ ໄດ້ກໍານົດບັນດາບູລິມະສິດດ້ານການພັດທະນາໃນໄລຍະໃຫມ່ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ສະບັບປັດຈຸບັນ ໂດຍສອດຄ່ອງກັບເປົ້າຫມາຍການພັດທະນາແບຍືນຍົງຂອງສາກົນ ເຊິ່ງສຸມໃສ່ສ້າງປັດໃຈທີ່ເປັນພື້ນຖານ ໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ລັດຖະບານ ສປປ ລາວ ໄດ້ເພີ້ມການລົງທຶນ ແລະ ງົບປະມານ ໃຫ້ແກ່ຂະແຫນງການທີ່ເປັນພື້ນຖານ ເຊິ່ງລວມທັງຂະແໜງການສຶກສາ, ສາທາລະນະສຸກ, ການກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ໄປຄຽງຄູ່ກັບການປັບປຸງຍົກລະດັບ ແລະ ສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ. ທ່ານຍັງໄດ້ກ່າວວ່າ ການລົງທຶນເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງ ແມ່ນມີຄວາມຈຳເປັນເພື່ອສົ່ງເສີມການຄ້າ, ການລົງທຶນ, ການໄປມາຫາສູ່ກັນຂອງປະຊາຊົນຢູ່ພາຍໃນປະເທດ, ລະຫວ່າງປະເທດ ແລະ ສົ່ງເສີມການເຊື່ອມໂຍງໃນພາກພື້ນ ເພື່ອຈະນຳໄປສູ່ການຊຸກຍູ້ການເຕີບໃຫຍ່ຂະຍາຍຕົວຂອງເສດຖະກິດໃນພາກພື້ນ ອາຊີ-ປາຊີຟິກ ຢ່າງຫມັ້ນທ່ຽງ ແລະ ຕາມທິດ​ຍືນຍົງ. ທ່ານຍັງໄດ້ເນັ້ນໜັກຕື່ມວ່າ ອົງການ ສປຊ ເວົ້າລວມ,ໂດຍສະເພາະ ອົງການ UNDP ຈະສືບຕໍ່ມີບົດບາດສໍາຄັນໃນການເປັນຄູ່ຮ່ວມມືທີ່ດີກັບລັດຖະບານ ເພື່ອຊ່ວຍໃຫ້ບັນດາປະເທດກຳລັງພັດທະນາສາມາດບັນລຸເປົ້າໝາຍແຫ່ງຊາດຂອງຕົນ ກໍຄືປະກອບສ່ວນໃຫ້ແກ່ການບັນລຸເປົ້າຫມາຍຮ່ວມກັນຂອງພາກພື້ນ ແລະ ສາກົນ. ຂຶ້ນກ່າວປົດປາໄສໃນພາກເປີດກອງປະຊຸມດັ່ງກ່າວຍັງມີ ທ່ານລັດຖະມົນຕີການຕ່າງປະເທດໄທ, ໃນນາມປະເທດເຈົ້າພາບ, ລັດຖະມົນຕີຕ່າງປະເທດ ໂຊໂລມອນ ໄອແລນ, ຕາງຫນ້າໃຫ້ບັນດາປະເທດໃນພາກພື້ນປາຊີຟິກ ແລະ ຜູ້ອໍານວຍການໃຫຍ່ອົງການ UNDP.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480409
ມື້ນີ້67
ມື້ວານ172
ອາທິດນີ້807
ເດືອນນີ້6640