ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສໍາເລັດການຢ້ຽມຢາມທາງການ ທີ່ ມາເລເຊຍ

 

SLXvisitMalaysia2

 

SLXvisitMalaysia3

 

          ​ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊີນ​ຂອງ ທ່ານ ​ດາໂຕະ ສຣິ ອານີຟາ ຮາຈິ ອາມານ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ມາເລເຊຍ, ທ່ານ​ ສະເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ​ໄດ້​ທຳ​ການ​ຢ້ຽມ​ຢາມ ມາເລເຊຍ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 16-18 ມີນາ 2017, ເພື່ອ​ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ.

          ​ໃນ​ວັນ​ທີ 17 ມີນາ 2017, ໃນການພົບປະສອງຝ່າຍ ຂອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ມາເລເຊຍ, ທີ່ ກະຊວງການຕ່າງປະເທດ ມາເລເຊຍ, ສອງຝ່າຍ ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ທີ່​ມີ​ມາແຕ່ດົນນານ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆໃນປັດຈຸບັນ, ໂດຍເຫັນ​ໄດ້​ຈາກ ​ມີການ​ແລກປ່ຽນ​ການ​ຢ້ຽມຢາມ ​ຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງ​ເປັນ​ປົກກະຕິ​ໃນ​ໄລຍະ​ຜ່ານ​ມາ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດບາງດ້ານ ທີ່ຍາດ ມາໄດ້ ໃນໄລຍະຜ່ານມາເຊັ່ນ: ຜົນສຳເລັດການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 50 ປີ; ສຳເລັດການເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ຢູ່ປະເທດຂອງກັນ ແລະ ກັນ ໃນປີ 2016 ທີ່ຜ່ານມາ; ການຂະຫຍາຍຕົວດ້ານການຄ້າສອງຝ່າຍ ທີ່ສາມາດບັນລຸໄດ້ 30,9 ລ້ານໂດລາສະຫະລັດ ໃນປີ 2016, ຊຶ່ງເພີ່ມຂຶ້ນ 75% ເມື່ອທຽບໃສ່ປີຜ່ານມາ; ການເພີ່ມຂຶ້ນຂອງມູນຄ່າການລົງທຶນຂອງ ມາເລເຊຍ ຢູ່ ສປປ ລາວ, ຊຶ່ງມີປະມານ 820 ລ້ານໂດລາສະຫະລັດ ໃນປັດຈຸບັນ, ກວມເອົາ 104 ໂຄງການ, ເຮັດໃຫ້ ມາເລເຊຍ ກາຍເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ລາວ; ການຂະຫຍາຍເສັ້ນທາງການບິນຕື່ມອີກ 1 ສາຍ ຂອງບໍລິ ສັດ Air Asia Berhad ຄືລະຫວ່າງ ກົວລາລຳເປີ-ຫຼວງພະບາງ ຢ່າງເປັນທາງການ ໃນວັນທີ 21 ພະຈິກ 2016 ຜ່ານມາ, ເຊິ່ງເພີ່ມເປັນ 4 ຖ້ຽວຕໍ່ອາທິດ ລວມທັງສາຍການບິນເກົ່າຄື ກົວລາລຳເປີ-ນະຄອນຫຼວງວຽງຈັນ; ແລະ ຜົນສຳເລັດຂັ້ນຕອນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລ ຊີ ແລະ ນະວັດຕະກຳ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງມາເລເຊຍ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນໃນດ້ານຕ່າງໆ ຍິ່ງໄດ້ຮັບຫມາກຜົນຫລາຍຍິ່ງຂຶ້ນ ເປັນຕົ້ນແມ່ນ ໃນດ້ານການແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນ ໃນອະນາຄົດອັນໃກ້ໆນີ້, ໃນດ້ານການຄົມມະນາຄົມເຊື່ອມຈອດ ແລະ ການທ່ອງທ່ຽວ, ໃນດ້ານການເງິນ-ທະນາຄານ, ດ້ານການລົງທຶນ, ການສຶກສາ ແລະ ພັດທະນາຊັບພະຍາກອນ ມະນຸດ, ພິເສດແມ່ນຈະເລີ່ມການພົວພັນຮ່ວມມືກັນສອງຝ່າຍ ລະຫວ່າງ ສະຖາບັນການຕ່າງປະເທດຂອງລາວ ແລະ ສະຖາບັນການທູດ ແລະ ການພົວພັນຕ່າງປະເທດຂອງມາເລເຊຍ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການກະກຽມກອງປະຊຸມ ຄະນະກຳມະການຮ່ວມ (JC) ຄັ້ງທີ 4 ໃນເວລາຕໍ່ໜ້ານີ້. ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ມາເລເຊຍໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ໃນເວລາ ສປປ ລາວ ເປັນປະທານ ແລະ ຈັດກອງປະຊຸມທີ່ສຳຄັນຂອງອາຊຽນ ໃນປີ 2016; ສ່ວຍຝ່າຍມາເລເຊຍ ໄດ້ຕີລາຄາສູງຕໍ່ການເປັນປະທານອາຊຽນ ແລະ ຜົນສຳເລັດທີ່ຍາດໄດ້ໃນການຈັດກອງປະຊຸມສຳຄັນຕ່າງໆ ໃນໄລຍະດັ່ງກ່າວ. ສອງຝ່າຍ ຢືນຢັນຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນກັນໃນວຽກງານຕ່າງໆຮ່ວມກັນ ໂດຍສະເພາະໃນກອບອາຊຽນ. ຝ່າຍ​ລາວ ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດຖະບານ ມາເລເຊຍ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່ ສປປ ລາວ ​ໃນ​ດ້ານ​ຕ່າງໆ​ຕື່ມ ໃນ​ໄລຍະ​ຜ່ານ​ມາ ​ເຊັ່ນ: ການພິຈາລະນາປ່ຽນໃບຕາດິນຂອງ ສະຖານທູດລາວ ຢູ່ກົວລາລຳເປີ ເປັນກຳມະສິດຖາວອນ; ການຊ່ວຍເຫຼືອດ້ານການເງິນ ເພື່ອພັດທະນາ ແລະ ປັບປຸງ ລະບົບສາຍສົ່ງໄຟຟ້າ ຢູ່ ນະຄອນຫຼວງວຽງຈັນ ແລະ ພາກເໜືອ ເປັນຈຳນວນເງິນ 65 ລ້ານໂດລາ ສະຫະລັດ; ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໂດຍຜ່ານໂຄງການ MTCP (Malaysia Technical Cooperation Programme), ຊຶ່ງນັບແຕ່ປີ 1991 ມາເຖິງປັດຈຸບັນ ມີເຖິງ 1,435 ທຶນ; ມາເລເຊຍ ໄດ້ສົ່ງທີມແພດ ຈໍານວນ 50 ທ່ານ ເພື່ອໃຫ້ບໍລິການກວດສຸຂະພາບ ແບບບໍ່ເສຍຄ່າ ຢູ່ບ້ານໂພນສະຫວັນ ແລະ ເມືອງສັງທອງ ທີ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.

          ​ໃນ​ໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​​ເຂົ້າ​ຢ້ຽມ​ຂ່ຳນັບ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທີ່ ສຳນັກງານ ນາຍົກລັດຖະມົນຕີ. ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລັດຖະມົນຕີ ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ຂອງ ພະນະ​ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ເຖິງ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ. ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ສະຖາບັນການທູດ ແລະ ພົວພັນການ ຕ່າງປະເທດ ຂອງມາເລເຊຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480211
ມື້ນີ້41
ມື້ວານ157
ອາທິດນີ້609
ເດືອນນີ້6442