ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການພັດທະນາ ຢ້ຽມຢາມ ສປປ ລາວ

 

Pmundpweb Madampanyundp Saleumxayundpwebb

 

ທ່ານ ນາງ ເຮເລນ ຄຼາກ (Helen Clark) ຜູ້ອໍານວຍການໃຫ່ຍ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 12-13 ມີນາ 2017. ໃນຕອນເຊົ້າເວລາ 9 ໂມງເຊົ້າ ຂອງວັນທີ 13 ມີນາ 2017, ທ່ານ ນາງ ເຮເລນ ຄຼາກ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ແລະ ໃນຕອນບ່າຍຂອງມື້ດຽວກັນ ໄດ້ເຂົ້າພົບປະ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ. ນອກຈາກນັ້ນ, ກ່ອນໜ້ານີ້ ທ່ານ ນາງ ເຮເລນ ຄຼາກ ກໍ່ໄດ້ເຂົ້າພົບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ເຊັ່ນດຽວກັນ. ການພົບປະຂອງ ທ່ານ ນາງ Helen Clark ກັບການນໍາຂັ້ນສູງ ຂອງສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາການອັນດີ, ​ໃນນັ້ນ ກໍໄດ້ປຶກສາຫາລືກັນກ່ຽວກກັບ ຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ໂດຍສະເພາະການສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເປົ້າໝາຍສະຫັດສະຫວັດ​ເພື່ອ​ການ​ພັດທະນາ (MDGs) ຈົນມາເຖິງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຜ່ານການຈັດຕັ້ງປະຕິບັດແຜນງານ ໂຄງການ ແລະ ກິດຈະກຳຕ່າງໆ ​ຕະຫຼອດໄລຍະຜ່ານມາ.

          ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານປະທານສະພາແຫ່ງຊາດ ແລະ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ນາງ ເຮເລນ ຄຼາກ ຄັ້ງນີ້, ເຊິ່ງເປັນຄັ້ງທີ 3 ໃນຖານະເປັນຜູ້ອຳນວຍການໃຫຍ່ອົງການ ສປຊ ເພື່ອການພັດທະນາ, ເຊິ່ງເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມືລະຫວ່າງ ອົງການ ສປຊ ແລະ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ. ພ້ອມກັນນັ້ນ, ການນຳຂັ້ນສູງຂອງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການ ສປຊ ເພື່ອການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຜ່ານບັນດາແຜນງານ ແລະ ໂຄງການຕ່າງໆ ໂດຍມີມູນຄ່າປະມານ 100 ລ້ານໂດລາສະຫະລັດ ສຳລັບແຜນງານ ສົກປີ 2011-2016 ແລະ ສໍາລັບສົກປີ 2017-2021 ງົບປະມານທີ່ຄາດຄະເນໄວ້ ມີປະມານ 103 ລ້ານໂດລາສະຫະລັດ, ອັນຈະເປັນການປະກອບສ່ວນທີ່ສໍາຄັນ ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ລວມທັງການແກ້ໄຂຄວາມທຸກຍາກ, ຂະບວນການກອງປະຊຸມໂຕະມົນ, ວຽກງານເກັບກູ້ລະເບີດ, ການປັບປຸງບູລະນະການປົກຄອງ ແລະ ອື່ນໆ. ພ້ອມກັນນັ້ນ,​ ການນຳຂັ້ນສູງເຮົາ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດຫນ້າທີ່ຂອງທ່ານ ນາງ ເຮເລນ ຄຼາກ ທີ່​ຈະ​ສິ້ນ​ສຸດ​ຫນ້າ​ທີ່​ເປັນຜູ້ອໍານວຍການໃຫ່ຍ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ​ພາຍໃນ​ເດືອນ​ເມສາ​ທີ່​ຈະ​ມາ​ເຖີງນີ້ ພ້ອມ​ທັງ​ໄດ້​ອວຍພອນ​ໃຊອັນ​ປະ​ເສີດ​ໃຫ້​ແກ່ທ່ານ ນາງ ເຮເລນ ຄຼາກ.

          ທ່ານ ນາງ ເຮເລນ ຄຼາກ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມຄືບຫນ້າໃນຫລາຍດ້ານຂອງລັດຖະບານ ລາວ ໃນການພັດທະນາປະເທດ ກໍ່ຄືການປະຕິບັດເປົ້າຫມາຍການພັດທະນາຂອງສາກົນ ໂດຍສະເພາະການເຊື່ອມສານເປົ້າຫມາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ການໃຫ້ສັດຕະຍາບັນແກ່ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ​, ເຊິ່ງເປັນແບບຢ່າງໃຫ້ແກ່ຫລາຍປະເທດ. ພ້ອມນັ້ນ, ເພິ່ນຍັງໄດ້ຊົມເຊີຍຄວາມພະຍາຍາມຂອງລັດຖະບານລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ໂດຍສະເພາະການຮັບຮອງເອົາເປົ້າຫມາຍການພັດທະນາແບບຍືນຍົງສະເພາະຂອງຕົນ ທີ 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ. ອີງໃສ່ຜົນສຳເລັດທີ່ຍາດມາໄດ້,​ ທ່ານ ນາງ ເຮເລນ ຄຼາກ ໄດ້ສະແດງຄວາມເຊື່ອຫມັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າຫມາຍການນຳພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ໃນຕໍ່ຫນ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485627
ມື້ນີ້132
ມື້ວານ196
ອາທິດນີ້663
ເດືອນນີ້4932