ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກ ສອນໄຊ ສີພັນດອນ ສຳເລັດການຢ້ຽມຢາມ ອົດສະຕຣາລີ

SXAus1

 

ອີງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດອົດສະຕຣາລີ ພາຍໃຕ້ໂຄງການຢ້ຽມຢາມສຳລັບແຂກພິເສດ (Special Visit Program) ແລະ ທັງເປັນການຢ້ຽມຢາມໃນປີ ແຫ່ງ ການສະເຫຼີມສະຫຼອງສາຍພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 65 ປີ (15/1/1952-15/2/2017), ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ​ແລະ ທັດສະນະ​ສຶກສາ​ ຢູ່ ອົດສະຕຣາລີ ເປັນເວລາ 07 ວັນ, ແຕ່ວັນທີ 26 ກຸມພາ ເຖິງ 04 ມີນາ 2017.

ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ພົບປະກັບການ​ນຳ​ຂອງ​ອົດ​ສະຕຣາລີ​ຫລາຍທ່ານ ເຊັ່ນ:ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ; ບັນດາການນຳ ກະຊວງຕ່າງໆ, ສະມາຊິກ​ລັດຖະສະພາ ແລະ ເຈົ້າແຂວງລັດທັດສະເມເນຍ ຂອງ ອົດສະຕຣາລີ. ໃນການພົບປະ, ທັງສອງຝ່າຍ ໄດ້ແລກປ່ຽນທັດສະນະໃນການພົວພັນ ແລະ ຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຕະຫຼອດໄລຍະ 65 ປີ ທີ່ຜ່ານມາ, ໂດຍສະເພາະແມ່ນການ​ແລກປ່ຽນ​ການ​ຢ້ຽມຢາມ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ການຊ່ວຍເຫຼືອຂອງອົດສະຕຣາລີໃຫ້ແກ່ ສປປ ລາວ ໃນດ້ານຕ່າງໆເປັນຕົ້ນທາງດ້ານການສຶກສາ, ການ ພັດທະນາຊັບພະຍາກອນມະນຸດ, ການຊ່ວຍເຫຼືອການສະໜັບສະໜູນການເຕີບໂຕທາງດ້ານການຄ້າ ແລະ ການລົງທຶນແບບຍືນຍົງ, ດ້ານການທ່ອງທ່ຽວ ແລະ ການພັດທະນາຊົນນະບົດ ລວມທັງການເກັບກູ້ລະເບີດບໍ່ທັນແຕກ ແລະ ການກໍ່ສ້າງພື້ນຖານໂຄງລ່າງ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລືການຮ່ວມມືໃນຂອບຫຼາຍຝ່າຍເປັນຕົ້ນແມ່ນ ການຮ່ວມມືໃນຂອບອາຊຽນ, ຊຶ່ງໃນປີ 2018 ອົດສະຕຣາລີ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ.

ໃນວັນທີ 26 ກຸມພາ 2017, ທີ່ ສະຖານທູດລາວ ທີ່ ແຄນເບີຣາ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີເປີດງານວາງສະແດງຮູບພາບ ເພື່ອລະນຶກເຖິງວັນສ້າງຕັ້ງສາຍ ພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 65 ປີ, ໂດຍມີພະນັກງານທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ອົດສະຕຣາລີ, ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ອາ​ຊຽນ, ພະນັກງານສະຖານທູດລາວ, ນັກສຶກສາລາວ ແລະ ຊຸມຊົນ ຄົນເຊື້ອຊາດລາວ ເຂົ້າຮ່ວມໃນພິທີດັ່ງກ່າວ ດ້ວຍບັນຍາກາດແຫ່ງຄວາມສະໜິດສະໜົມ ແລະ ເບີກບານມ່ວນຊື່ນ.

ນອກຈາກການພົບປະທາງການແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບບັນດານັກທຸລະກິດ ອົດສະຕຣາລີ ທີ່ມາລົງທຶນ ຢູ່ ສປປ ລາວ​, ຢ້ຽມຢາມ​ໂຮງ​ຈັກ​ໂຮງງານ ​ແລະ ພື້ນຖານ​ການ​ຜະລິດ​ກະສິກຳ​ ຢູ່ ​ເມືອງເມວເບິນ ແລະ ລັດ​ທັດ​ສະມາ​ເນຍ ເພື່ອສຶກສາເບິ່ງສະພາບການພັດທະນາທາງດ້ານເສດຖະກິດ-ສັງຄົມ ຂອງ ອົດສະຕຣາລີ.

ການຢ້ຽມຢາມທັດສະນະເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ ໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ ຊຶ່ງຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນ ຈາກຫລາຍລັດຂອງອົດສະຕຣາລີ. ປະເທດເຈົ້າພາບໄດ້ຈັດຕາຕະລາງການເຄື່ອນໄຫວ, ອຳນວຍຄວາມສະດວກ ແລະ ຕ້ອນຮັບຄະນະຂອງຝ່າຍລາວ ເປັນຢ່າງດີ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484456
ມື້ນີ້160
ມື້ວານ273
ອາທິດນີ້894
ເດືອນນີ້3761