ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຫົວໜ້າຜູ້ຕາງໜ້າອົງການ JICA ເຂົ້າຢ້ຽມອຳລາ

SaleumxayJicaweb

ໃນວັນທີ 2 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢຽມອຳລາຂອງ ທ່ານ ຢຸຊຸເກະ ມຸຣະກະມິ ( Yusuke MURAKAMI ), ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ ( JICA ) ປະຈຳ ສປປ ລາວ, ໃນໂອກາດທີ່ທ່ານ ໄດ້ສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ຢຸຊຸເກະ ມຸຣະກະມິ ໃນໄລຍະ 2 ປີ ຜ່ານມາ ( ເດືອນກຸມພາ 2015 - ມີນາ 2017 ) ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຍີ່ປຸ່ນ ໂດຍສະເພາະແມ່ນການນຳເອົາການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ຊຶ່ງໄດ້ສະແດງອອກໃນໝາກຜົນຂອງການຈັດຕັ້ງປະຕິບັດວຽກໃນ 38 ໂຄງການຊ່ວຍເຫຼືອລ້າ ມູນຄ່າ 10.564 ລ້ານ ເຢັນ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຕີລາຄາສູງຕໍ່ບົດບາດຂອງອົງການຮ່ວມມືສາກົນຍີ່ປຸ່ນ ( JICA ) ປະຈຳ ສປປ ລາວ ໃນຖານະເປັນຕົວແທນໃຫ້ແກ່ ລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຢ່າງມີປະສິດທີຜົນ ແລະ ຫວັງຢ່າງຍິ່ງວ່າ ອົງການຮ່ວມມືສາກົນຍີ່ປຸ່ນ ( JICA ) ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ແລະ ເສີມຂະສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ຍີ່ປຸ່ນ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ທ່ານ ຢຸຊຸເກະ ມຸຣະກະມິ ກໍ່ໄດ້ສະແດງຄວາມຄວາມຂອບໃຈຕໍ່ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ຂອງຜູ່ກ່ຽວ ກໍ່ຄືອົງການຮ່ວມມືສາກົນຍີ່ປຸ່ນ ( JICA ) ເປັນຢ່າງດີ ໃນຕະຫຼອດໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມືທີ່ດີຈາກລັດຖະບານລາວຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485357
ມື້ນີ້58
ມື້ວານ227
ອາທິດນີ້393
ເດືອນນີ້4662