ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຫວນຄືນ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 35 ປີ

 

 Bounthong1 Bounthong2

 

 

ຄະນະພັກ-ພະນັກງານຫລັກແຫລ່ງ ກະຊວງການຕ່າງປະເທດ ໄດ້ຈັດຕັ້ງເຜີຍແຜ່ເອກະສານມູນເຊື້ອ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 35 ປີ (16/2/ 1982 -16/2/2017) ແລະ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນກອງປະຊຸມກວດກາທົ່ວປະເທດປະຈໍາປີ 2016.

ໃນວັນທີ 17 ກຸມພາ 2017 ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານ ຂັ້ນນໍາພາແຕ່ລະຂັ້ນທົ່ວກະຊວງການຕ່າງປະເທດ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜົນສໍາເລັດກອງປະຊຸມ ວຽກງານກວດກາທົ່ວປະເທດປະຈໍາປີ 2016, ຖອດຖອນໄດ້ບົດຮຽນການເຕີບໃຫຍ່ຂະຫຍາຍຕົວ ໃນວຽກງານກວດກາພັກ-ລັດ, ວຽກງານແນວທາງການຕ່າງປະເທດ ຢ່າງເລິກເຊິ່ງກວ້າງຂວາງ ແລະ ກໍາແໜ້ນແນວທາງ, ມະຕິຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງພັກ-ລັດ, ເພື່ອເປັນພື້ນຖານເຮັດໃຫ້ພະນັກງານ-ສະມາຊິກພັກໄດ້ຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຫລັກໝັ້ນ, ບໍລິສຸດສັດຊື່ຕໍ່ໜ້າທີ່ວຽກງານໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ພ້ອມທັງແນ່ໃສ່ເສີມຂະຫຍາຍດ້ານດີ ແລະປັບປຸງແກ້ໄຂຂໍ້ຄົງຄ້າງ ເພື່ອເປັນບ່ອນອີງ ໃນການວາງທິດທາງແຜນການເຄື່ອນໄຫວທຸກວຽກງານ ໃຫ້ຕິດພັນກັບການ ຕິດຕາມກວດກາ; ຜົນສໍາເລັດກ່ຽວກັບວຽກງານກວດກາ ແລະ ວຽກງານຕ້ານການສໍ້ລາດບັງຫລວງເຊິ່ງລ້ວນແລ້ວແຕ່ເປັນວຽກງານສໍາຄັນ ເຊິ່ງແມ່ນໜຶ່ງ ໃນພາລະບົດບາດ ແລະແບບແຜນການນໍາພາ ທີ່ສໍາຄັນຂອງພັກ ບໍ່ມີການກວດກາກໍໝາຍຄວງາມວ່າບໍ່ມີການນໍາພາແລະ ຈໍາເປັນທີ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ ແລະ ມີປະສິດທິຜົນສູງ.

ໃນໂອກາດປາຖະກະຖາຄັ້ງນີ້, ຍັງໄດ້ເປັນກຽດຮັບຟັງການໂອ້ລົມ ຂອງສະຫາຍ ບຸນທອງຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ອົງ ການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງເຊິ່ງທ່ານໄດ້ເນັ້ນໃຫ້ພະນັກງານທຸກຄົນ ເຂົ້າໃຈເລິກເຊິ່ງກ່ຽວກັບພາລະບົດບາດຄວາມສໍາຄັນຂອງວຽກງານກວດກາ, ຜົນສໍາເລັດການເຄື່ອນໄຫວວຽກງານກວດກາ ແລະໃນຕອນທ້າຍທ່ານ ຍັງໄດ້ຮຽກຮ້ອງມາຍັງການນໍາທຸກຂັ້ນ ກໍຄືພະນັກງານກະຊວງການຕ່າງປະເທດ ຈົ່ງພ້ອມກັນບຸກທະລຸ ແລະ ເຮັດໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485767
ມື້ນີ້66
ມື້ວານ206
ອາທິດນີ້803
ເດືອນນີ້5072