ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະກໍາມະການຊາຍແດນ ລາວ-ມຽນມາ ສຳເລັດກອງປະຊຸມຂັ້ນສູນກາງ ຄັ້ງທີ XII

SLX myanmar

ໃນລະຫວ່າງວັນທີ 15-16 ກຸມພາ 2017, ທີ່ ນະຄອນຢາງກຸງ, ຄະນະກໍາມະການຊາຍແດນ ແຫ່ງ ສປປ ລາວ ແລະ ສສ ມຽນມາ ໄດ້ດຳເນີນກອງປະຊຸມຄັ້ງທີ XII ຂອງຄະນະກໍາມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ໂດຍໄດ້ສັງເກດຕີລາຄາ ກ່ຽວກັບ ການຈັດຕັ້ງປະຕິບັດຕາມບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ XI ຂອງ​ຄະນະ​ກໍາມະການ​ຊາຍ​ແດ​ນ ລາວ-ມຽນມາ ຂັ້ນສູນກາງ, ສະບັບລົງ​ວັນ​ທີ 22 ທັນວາ 2013 ແລະ ຕາມສັນຍາ​ວ່າດ້ວຍການ​ຄຸ້ມ​ຄອງ ​ແລະ ຮ່ວມມື​ຕາມ​ບໍລິ​ເວນ​ຊາຍ​ແດນ ລາວ-ມຽນມາ ທີ່​ທັງສອງຝ່າຍໄດ້​ລົງ​ນາມກັນໄວ້​ໃນ​ວັນ​ທີ 29 ມີນາ 1997.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະ​ຜູ້​ແທນ​ຝ່າຍລາວ ນໍາ​ໂດຍ ​ທ່ານ ສະ​ເຫຼີ​ມ​ໄຊ ກົມມະສິ​ດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສ​ປປ ລາວ, ຫົວໜ້າ​ຄະນະ​ກໍ​າມະ​ການ​ຊາຍ​​ແດນ ລາວ-ມຽນມາ ຂັ້ນ​ສູນ​ກາງ ​ແລະ ຄະນະ​ຜູ້​ແທນ​ຝ່າຍ​ມຽນມາ ນໍາ​ໂດຍ ​ທ່ານ ອູ ກໍ​ຕິນ, ລັດຖະມົນຕີ​ແຫ່ງ​ລັດ, ຮັບຜິດຊອບ​ວຽກ​ງານ​ການ​ຕ່າງປະ​ເທດ ​ແຫ່ງ ສສ ມຽນມາ, ຫົວໜ້າ​ຄະນະ​ກໍາມະການ​ຊາຍ​ແດນ ມຽນມາ-ລາວ ຂັ້ນ​ສູນ​ກາງ ພ້ອມດ້ວຍຕົວແທນຈາກຂະແຫນງການ ແລະ ແຂວງທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ໃນໂອກາດກ່າວ​ເປີດ​ກອງ​ປະຊຸມ, ຫົວ​ໜ້າ​ຄະນະ​ຜູ້​ແທນທັງສອງ​ຝ່າຍ ​ໄດ້​ຕີລາຄາສູງຕໍ່​ການ​ພົວພັນ​ອັນ​ໃກ້ຊິດ ລະຫວ່າງ​ ປະຊາຊົນສອງ​ຊາດ ລາວ ​ແລະ ມຽນມາ ແລະ ການ​ພົວພັນ​ຮ່ວມ​ມື​ທີ່ດີ ໃນ​ຂົງ​ເຂດ​ວຽກ​ງານ​ຊາຍ​ແດນ ​ແລະ ການ​ພັດທະນາ​ທາງ​ດ້ານເສດຖະກິດ-ສັງຄົມ ຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນ ລາວ-ມຽນມາ. ນອກນັ້ນ, ຍັງໄດ້ກ່າວເນັ້ນຢໍ້າວ່າ ການ​ຂະຫຍາຍຕົວ​ຂອງ​ການພົວພັນ​​ຮ່ວມ​ມື​ລະຫວ່າງ ລາວ ​ແລະ ມຽນມາ ​ບໍ່​ພຽງ​ແຕ່ຈະ​ເປັນ​ການ​ສ້າງຜົນ​ປະ​ໂຫຍ​ດ​ທາງດ້ານເສດຖະກິດໃຫ້​ແກ່​ປະຊາຊົນ​ຂອງສອງ​ປະ​ເທດ​ເທົ່າ​ນັ້ນ ​ແຕ່​ຍັງ​ຈະເປັນ​ການ​ສົ່ງ​ເສີມ​ສັນຕິພາບ ແລະ ຄວາມກ້າວຫນ້າ​ຂອງທັງ​ສອງ​ປະ​ເທດ ກໍຄື​ພາກ​ພື້ນ.

ກອງປະຊຸມ​ ໄດ້​ປຶກສາ​ຫາລື​ບັນຫາ​ທີ່​ພົວພັນ​ເຖິງ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ ເຈົ້າ​ໜ້າ​ທີ່​ຊາຍ​ແດນ​ຂອງ​ທັງ​ສອງ​ປະ​ເທດ ​ເຊັ່ນ: ການ​ນໍ້າ​ໃຊ້​ບັດ​ຜ່ານ​ແດນ, ດ່ານ​ຊາຍ​ແດນ, ການ​ຄ້າ​ຊາຍ​ແດນ, ກາ​ນກວດກາຫຼັກ​ໝາຍ​ຊາຍ​ແດນ, ການ​ຄວບ​ຄຸມ​ຢາ​ເສບ​ຕິດ, ການ​ເດີນ​ເຮືອ​ຕາມ​ລໍາ​ແມ່​ນໍ້າຂອງ ​ແລະ ບັນ​ຫາ​ອື່ນໆ​ທີ່​ສ້າງຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ຄະນະ​ຜູ້​ແທນ​ທັງສອງຝ່າຍ ໄດ້ທົບ​ທວນ​ຄືນ ​ແລະ ຕີ​ລາຄາ​ສູງ ​ຕໍ່​ຜົນສຳເລັດຈາ​ກການຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ XI ຂອງ​ຄະນະ​ກໍາມະການ​ຊາຍ​ແດນ ລາວ-ມຽນມາ ຂັ້ນ​ສູນ​ກາງ ​ວ່າ ການພົວພັນຮ່ວມມືລະຫວ່າງເຈົ້າໜ້າທີ່ຊາຍແດນຂອງທັງສອງປະເທດ ໄດ້ປະສົບຜົນສໍາເລັດອັນໃໝ່ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນຢູ່ຕາມບໍລິເວນຊາຍແດນ, ເຊິ່ງລວມທັງການສະກັດກັ້ນການຄ້າຂາຍຢາເສບຕິດ ແລະ ການກໍ່ອາຊະຍາກໍາອື່ນໆ.

ທັງສອງຝ່າຍ ໄດ້ເຫັນດີຊຸກຍູ້ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງຕົນ ເອົາໃຈໃສ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານໃຫ້ວ່ອງໄວຂຶ້ນ ເພື່ອຮັບປະກັນຄວາມສະຫງົບສຸກ, ປ້ອງກັນການກໍ່ອາຊະຍາກໍາຂ້າມແດນ, ການຄ້າຂາຍຢາເສບຕິດ ແລະ ສິ່ງທີ່ຜິດກົດໝາຍອື່ນໆ. ນອກນັ້ນ, ໄດ້​ເຫັນ​ດີໃຫ້​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ເຜີຍແຜ່ຄວາມຮູ້​ຄວາມເຂົ້າໃຈໃຫ້​ແກ່ປະຊາຊົນຕາມເຂດຊາຍແດນ ກ່ຽວກັບ ການເຂົ້າອອກຊາຍແດນໃຫ້ຖືກຕ້ອງຕາມກົດຫມາຍຂອງສອງປະເທດ.

ກອງປະຊຸມ​ ໄດ້​ໃຫ້ຄວາມສຳຄັນໃນການຊຸກຍູ້​ເຊິ່ງກັນ ​ແລະ ກັນ ​ເພື່ອ​ອະນຸຍາດ​ໃຫ້​ພົນລະ​ເມືອງ​ປະ​ເທດ​ທີ​ສາມ ສາມາດນໍາ​ໃຊ້​ດ່ານ​ສາກົນ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ​, ການ​ຄ້າ ​ແລະ ​ເສດຖະກິດ ຂອງ​ສອງ​ປະ​ເທດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847