ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ປະຫວັດຫຍໍ້ |
|
ຊື່ແລະ ນາມສະກຸນ: |
ທອງຜ່ານ ສະຫວັນເພັດ |
ວັນ/ເດືອນ/ປີເກິດ: |
28 ມິຖຸນາ 1964 |
ສະຖານທີ່ເກີດ: |
ບ້ານ ທ່າບົກ, ເມືອງ ທ່າພະບາດ, ແຂວງ ບໍລິຄໍາໄຊ |
ສະຖານະພາບ: |
ສົມລົດກັບ ທ່ານ ນາງ ດາລາວັນ ສະຫວັນເພັດ, ມີບຸດສາວ 3 ຄົນ. |
ສາສະໜາພຸດ: |
ພຸດ |
ຕຳແໜ່ງ: |
ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ |
ປະຫວັດການສຶກສາ |
|
1983-1988: |
ປະລິນຍາໂທວິຊາກົດຫມາຍສາກົນ, ສະຖາບັນການພົວພັນຕ່າງປະເທດ ແຫ່ງ ລັດມົດສະກູ, ເມືອງ ມົດສະກູ, ອາດີດສະຫະພາບໂຊຫວຽດ. |
1997-1998: |
ປະລິນຍາໂທ ວິຊາການທູດ, ມະຫາວິທະຍາໄລເລສະເຕີ, ເມືອງເລສະເຕີ, ປະເທດອັງກິດ. |
ພາສາຕ່າງປະເທດ |
|
ອັງກິດ ແລະ ລັດເຊຍ |
ປະສົບການ |
|
1989-1993: |
ວິຊາການ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. |
1993-1996: |
ເລຂານຸການຕີ, ສະຖານທູດລາວທີ່ ເມືອງແຄນເບີຣາ, ປະເທດອົດສະຕາລີ. |
1996-2002: |
ວິຊາການ (1996-1999); ຮອງຫົວຫນ້າພະແນກ (1999-2001); ຫົວຫນ້າພະແນກ (2001-2002), ພະແນກການເມືອງ ແລະ ຄວາມຫມັ້ນຄົງອາຊຽນ, ກົມອາຊຽນ, ກະຊວງການຕ່າງປະເທດ. |
2002-2010: |
ພະນັກງານຢູ່ກອງເລຂາອາຊຽນ, ເມືອງຈາກາກຕາ, ປະເທດອິນໂດເນເຊຍ. |
2010-2011: |
ຮອງຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ. |
2011-2013: |
ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ. |
2013-2016: |
ຜູ້ຕາງຫນ້າຖາວອນແຫ່ງສປປ ລາວປະຈໍາ ຫ້ອງການສະຫະປະຊາຊາດ, ອົງການການຄ້າໂລກ ແລະອົງການຈັດຕັ້ງສາກົນອື່ນໆທີ່ມີສໍານັກງານຕັ້ງຢູ ເມືອງເຊີແນວ, ປະເທດສະວິດເຊີແລນ; ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດສະວິດເຊີແລນ, ອີຕາລີ, ກະເຣັກ, ຕວກກີ, ມານຕາ ແລະ ເລັກເຕັນສະເຕນ, ສໍານັກງານຕັ້ງຢູ່ເມືອງເຊີແນວ, ປະເທດສະວິດເຊີແລນ. |
ກັນຍາ 2016-ປະຈຸບັນ |
ຮອງລັດຖະມົນຕີກະຊວງການຕ່າງປະເທດ |
ກິລາ |
ຕີດອກປີກໄກ່ ແລະ ຍ່າງອອກກຳລັງກາຍ |