ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ທີ່ ມົດສະກູ ພະນະທ່ານ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບໄຊຊະນະຢ່າງຖ້ວມທົ້ນໃນການເລືອກຕັ້ງ ແລະ ສືບຕໍ່ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ. ຜົນການເລືອກຕັ້ງຄັ້ງນີ້ ໄດ້ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງ...
ປະຫວັດຫຍໍ້
ຊື່ ແລະ ນາມສະກຸນ : ແສງເພັດ ຮຸ່ງບຸນຍວງ
ວັນ/ເດືອນ/ປີເກິດ : 07 ກໍລະກົດ 1961
ສະຖານທີ່ເກີດ : ແຂວງຫົວພັນ, ສປປ ລາວ
ສະຖານະພາບ : ສົມລົດກັບ ທ່ານ ນາງ ມາລາວອນ ຮຸ່ງບຸນຍວງ, ມີບຸດຊາຍ 2 ຄົນ
ສາສະໜາພຸດ : ພຸດ
ຕຳແໜ່ງ : ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ປະຫວັດການສຶກສາ
1983-1988 : ປະລິນຍາໂທ (ວິຊາພົວພັນສາກົນ), ມະຫາວິທະຍາໄລແຫ່ງລັດ, ນະຄອນ ກີແອບ, ລັດ ອູແກຣນ, ອາດີດສະຫະພາບໂຊຫວຽດ.
ພາສາຕ່າງປະເທດ : ອັງກິດ, ລັດເຊຍ ແລະ ຫວຽດນາມ.
ປະສົບການ
1981 - 1982; 1988 - 1992 : ວິຊາການ ກົມ I, ກະຊວງການຕ່າງປະເທດ.
1992 - 1995 : ເລຂານຸການຕີ, ສະຖານທູດລາວ ປະຈໍາ ມົດສະກູ, ສະຫະພັນ ລັດເຊຍ.
1995 - 2002 : ວິຊາການ ກົມ ເອີຣົບ - ອາເມລິກາ, ກະຊວງການຕ່າງປະເທດ.
2002 – 2003 : ເລຂານຸການໂທ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈໍາ ສ. ໂປໂລຍ,ເຊັກໂກ, ສະໂລວາກີ, ຮົງກາຣີ, ບຸນກາຣີ ແລະ ຣູມານີ.
2003 - 2005 : ເລຂານຸການໂທ,ຮອງຫົວໜ້າສໍານັກງານສະຖານທູດລາວ ປະຈໍາ 6 ປະເທດ ເອີຣົບຕາເວັນອອກ.
2006 - 2009 : ເລຂານຸການເອກ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈໍາ 6 ປະເທດ ເອີຣົບຕາເວັນອອກ.
2009 - 2010 : ຮັກສາການຫົວໜ້າພະແນກນະໂຍບາຍ, ກົມຈັດຕັ້ງພະນັກງານ.
2010 - 2013 : ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
2013- ສິງຫາ 2015 : ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
ກັນຍາ2015- ເຖິງປະຈຸບັນ : ຮອງລັດຖະມົນຕີກະຊວງການຕ່າງປະເທດ.
ກິລາ : ກ໋ອບ
*******************************************