ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

 

20210203 Laos-China FM VideoCall-1

20210203 Laos-China FM VideoCall-2

20210203 Laos-China FM VideoCall-3

 

 

ໃນຕອນເຊົ້າຂອງວັນ​ທີ 3 ກຸມພາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະທາງໄກ ກັບ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການສົນທະນາໂທລະສັບທາງໄກ ລະຫວ່າງ ສອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຂອງ ສປປ ລາວ ແລະ ສປ ຈີນ ໃນຄັ້ງວັນທີ 21 ມັງກອນ 2021 ຜ່ານມາ.

ການສົນທະນາດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນທ່າມກາງ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ໃນໂອກາດນີ້, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຊົມເຊີຍລັດຖະມົນຕີກະຊວງການຕ່າງປະເທດລາວ ທີ່ ໄດ້ຮັບເລືອກຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ ໃນກອງປະຊຸມໃຫ່ຍດັ່ງກ່າວ, ເຊິ່ງສະຫາຍລັດຖະມົນຕີກະຊວງການຕ່າງປະເທດລາວ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການນຳພັກ-ລັດ ແຫ່ງ ສປ ຈີນ ທີ່ໄດ້ສົ່ງໂທລະເລກຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມໃຫ່ຍດັ່ງກ່າວ ກໍຄືການຊົມເຊີຍສະຫາຍເອງ ທີ່ໄດ້ຮັບເລືອກຕັ້ງໃນກອງປະຊຸມຄັ້ງນີ້. ນອກ ຈາກນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຖານມິດສະຫາຍ ເປັນຕົ້ນແມ່ນ ການຊ່ວຍເຫຼືອທາງດ້ານອຸປະກອນການແພດ, ຢາປິ່ນປົວພະຍາດ ແລະ ວັກແຊັງ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ, ເຊິ່ງໄດ້ປະກອບສ່ວນເຮັດໃຫ້ລັດຖະບານລາວ ມີຜົນສໍາເລັດສູງໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວ ໃນປະຈຸບັນ.

ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ຈີນ, ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ ນັບໄດ້ຮັບການເພີ້ມພູມຄູນສ້າງໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂື້ນ, ເຊິ່ງສະແດງອອກໃນການພົບປະ ແລະ ແລກປ່ຽນການຢ້ຽມຢາມ ລະຫວ່າງການນຳຂັ້ນສູງ ຂອງ ສອງປະເທດ ຢ່າງເປັນປົກກະຕິ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລະຫວ່າງ ສອງລັດຖະບານ ທີ່ມີຜົນສໍາເລັດສູງໃນໄລຍະຜ່ານມາ. ນອກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າ ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ ວ່າ​ດ້ວຍ ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ ​ລາວ-ຈີນ, ຈີນ-ລາວ ກໍຄື ການຮ່ວມມືຕ່າງໆໃນຂອບສອງຝ່າຍອື່ນໆ. ພິເສດ, ສອງຝ່າຍ ຍັງເຫັນດີເປັນເອກະພາບກັນ ໃນການຈັດຕັ້ງບັນດາກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021) ແລະ ປີມິດຕະພາບລາວ-ຈີນ, ຊື່ງການນໍາສູງສຸດ ຂອງສອງພັກ ໄດ້ປະກາດຢ່າງເປັນທາງການ ໃນໂອກາດສົນທະນາທາງໂທລະສັບ ໃນວັນທີ 21 ມັງກອນ 2021 ທີ່ຜ່ານມາ.

ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການຮ່ວມມື ໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບອາຊຽນ, ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ອື່ນໆ. ການປະຊຸມແບບທາງໄກໃນຄັ້ງນີ້ ໄດ້ດຳເນີນໄປ ດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມ, ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.