ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

 

20210122 FM Laos-Madives-2

20210122 FM Laos-Madives-1

20210122 FM Laos-Madives-3

 

ໃນວັນທີ 22 ມັງກອນ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານລະບົບທາງໄກ ກັບທ່ານ ອັບດຸນລາ ຊາຮິດ (Abdulla Shahid), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ມານດິວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ມານດິວ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ຕະຫຼອດໄລຍະເວລາ 8ປີຜ່ານມາ, ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 10 ກຸມພາ 2012 ຜ່ານມາ, ເຊິ່ງສະແດງອອກໃນການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນໂອກາດນີ້, ທ່ານລັດຖະມົນຕີຕ່າງປະເທດ ມານດິວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫ່ຍຂອງພັກປະຊາຊົນປະຕິວັດລາວ ຄັ້ງທີXI ທີ່ຫາກໍ່ສຳເລັດລົງໃນຫວ່າງບໍ່ດົນຜ່ານມາ ແລະ ຍັງໄດ້ຊົມເຊີຍທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກຕັ້ງເປັນ ການນໍາຂັ້ນສູງຂອງ ສູນກາງພັກໃນກອງປະຊຸມໃຫ່ຍຄັ້ງນີ້. ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບການສະກັດກັ້ນ ແລະ ປ້ອງກັນ ການລະບາດຂອງພະຍາດໂຄວິດ-19 ແລະ ປຶກສາ​ຫາ ກ່ຽວກັບທິດ​ທາງ​​ໃນ​ການ​ເສີມ​ຂະຫຍາຍການພົວພັນຮ່ວມມືສອງຝ່າຍ ​ໃນ​ອະນາຄົດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ມານດິວ ເພື່ອຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືອັນດີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ມານດິວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ສອງຝ່າຍ ຍັງໄດ້ປຶກສາຫາລືການຮ່ວມມື ແລະ ເຫັນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນຊຸມປີຕໍ່ໜ້າ.

----------//----------