17/03/2025

ກະຊວງການຕ່າງປະເທດ ຈັດປາຖະກະຖາ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ
ໃນຕອນເຊົ້າຂອງວັນທີ 17 ມີນາ 2025, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງການຕ່າງປະເທດ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ ຈໍານວນ 300 ກວ່າສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນງານອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະພັກເຮົາໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ພັກເຮົາເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຍຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີຄວາມສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.
ໃນໂອກາດນີ້ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງຫມົດຂອງກະຊວງການຕ່າງປະເທດ ຈົ່ງຢຶດໝັ້ນໃນແນວຄິດທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຢຶດໝັ້ນໃນຊົນຊັ້ນກໍາມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ, ສ້າງຄວາມເປັນແບບຢ່າງທາງດ້ານແນວຄິດ ແລະ ພຶດຕິກໍາ, ຈໍາກັດແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແພງພາຍໃນຊາດ ສົມທົບກັບການພົວພັນຮ່ວມມືກັບສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພັກ ເປັນຕົ້ນແມ່ນ ບົດຮຽນການນໍາພາ ຂອງພັກ, ພ້ອມນັ້ນ ກໍພ້ອມກັນຖອດຖອນບົກຮຽນ ຈາກບັນດາຂໍ້ຂາດຕົກບົກພ່ອງ ໃນໄລຍະຜ່ານມາ ເພື່ອປັບປຸງປ່ຽນແປງການນໍາພາ ຂອງພັກໃນໄລຍະໃໝ່ໃຫ້ສອດຄ່ອງ, ພ້ອມກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ ເພື່ອຮັກສາບົດບາດກໍາອໍໍານາດ ຂອງພັກ ແລະ ນໍາພາວຽກງານການຕ່າງປະເທດ ໄປສູ່ຈຸດຫມາຍທີ່ວາງໄວ້.