06/03/2025

ທ່ານ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຫົວໜ້າກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS)
ໃນຕອນບ່າຍຂອງວັນທີ 6 ມີນາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ບຸດສະດີ ສັນຕິພິທັກສ໌, ຫົວໜ້າກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS) ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານ ນາງ ບຸດສະດີ ສັນຕິພິທັກສ໌ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຫົວໜ້າ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS), ເຊິ່ງເປັນການສືບຕໍ່ພາລະກິດໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ ຕາມສັນຍາແມ່ນໍ້າຂອງ ປີ 1995. ສປປ ລາວ ໄດ້ປະຕິບັດພັນທະສັນຍາແມ່ນໍ້າຂອງຢ່າງຕັ້ງໜ້າ ໂດຍສະເພາະການປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ, ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ກັບຜົນສຳເລັດ ທີ່ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ພາຍໃຕ້ການບໍລິຫານຂອງຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນໃນໄລຍະຜ່ານມາ ກໍ່ຄືປະຈຸບັນ.
ທັງສອງຝ່າຍຍັງໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບແຜນການ ແລະ ບຸລິມະສິດຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ (Mekong River Commission “MRC”) ເຊັ່ນ: ການປະຕິບັດວຽກງານຕ່າງໆຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການສະໜັບສະໜູນປະເທດສະມາຊິກ MRC ແລະ ຮັບປະກັນໃຫ້ປະເທດສະມາຊິກທັງຫມົດປະຕິບັດຕາມກົດລະບຽບ ແລະ ພັນທະອັນດຽວກັນ ໂດຍຍຶດໝັ້ນໃນຫຼັກການຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ການປຶກສາຫາລື ແລະ ຮັບຟັງເຊິ່ງກັນ ແລະ ກັນ ແລະ ຍຶດໝັ້ນການຮ່ວມມືແມ່ນ້ຳຂອງທີ່ເປັນໜຶ່ງດຽວ (The One Mekong One Spirit of cooperation) ໂດຍສະເພາະຍົກສູງນໍ້າໃຈການຮ່ວມມື ພາຍໃຕ້ສັນຍາແມ່ນໍ້າຂອງປີ 1995, ພ້ອມທັງເສີມຂະຫຍາຍການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກ MRC ກັບບັນດາປະເທດຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານໃຫ້ຫຼາຍ ແລະ ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ.
ໃນຕອນທ້າຍ ທ່ານ ລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ນາງ ບຸດສະດີ ສັນຕິພິທັກສ໌, ທີ່ໄດ້ຮັບການແຕ່ງຕັ້ງ ມາດຳລົງຕຳແຫນ່ງເປັນຫົວໜ້າ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (CEO of MRCS) ໃຫ້ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ ໃນຄັ້ງນີ້.
ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ (Mekong River Commission Secretariat “MRCs”) ໄດ້ຮັບການສ້າງຕັ້ງຂື້ນພາຍໃຕ້ສັນຍາແມ່ນໍ້າຂອງ 1995 ໂດຍມີຈຸດປະສົງເພື່ອສະໜອງການບໍລິການ ດ້ານວິຊາການ ແລະ ການບໍລິຫານ ໃຫ້ແກ່ສະພາມົນຕີ ແລະ ຄະນະກຳມະການຮ່ວມ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ, ຄູ່ຮ່ວມຕົ້ນຕໍ ໃນການດຳເນີນກິດຈະກຳຕ່າງໆ ຂອງ MRCs ແມ່ນຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດ ຂອງ 4 ປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງສາກົນ (ກໍາປູເຈຍ, ລາວ, ໄທ ແລະ ສ. ຫວຽດນາມ).