ສະຖານທູດລາວ ປະຈຳ ຮົງກາຣີ ເຜີຍແຜ່ເອກະສານສຳຄັນຂອງພັກຂອງຊາດ

26/12/2024

ສະຖານທູດລາວ ປະຈຳ ຮົງກາຣີ ເຜີຍແຜ່ເອກະສານສຳຄັນຂອງພັກຂອງຊາດ

 

 

ສະຖານທູດລາວ ປະຈຳ ຮົງກາຣີ ເຜີຍແຜ່ເອກະສານສຳຄັນຂອງພັກຂອງຊາດ

 

ເພື່ອເປັນການສະເຫລີມສະຫລອງ ແລະ ລະນຶກເຖິງວັນຊາດ ທີ 2 ທັນວາ ກໍຄືວັນສະຖາປະນາ ສປປ ລາວ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ 2024), ໃນວັນທີ 7 ທັນວາ 2024, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ໄດ້ຈັດໃຫ້ມີການເຜີຍແຜ່ເອກະສານສຳຄັນຂອງພັກຂອງຊາດ 2 ສະບັບ ຄື: ເອກະສານປາຖະກາຖາວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ເອກະສານເຜີຍແຜ່ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານໂດຍ ທ່ານ ຄຳພອນ ວົງສັນຕິ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ, ແລະ ມີຄະນະນັກສຶກສາລາວ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຕາງໜ້າຄົນເຊື້ອຊາດທີ່ກຳລັງດຳລົງຊີວິດໃນຮົງກາຣີເຂົ້າຮ່ວມ ລວມທັງໝົດ 25 ຄົນ.

 

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຄຳພອນ ວົງສັນຕິ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ປະຫວັດຄວາມເປັນມາ ແລະ ຜົນງານໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນດ້ານຕ່າງໆຕະຫລອດໄລຍະ 49 ປີ, ທັງໄດ້ບັນຍາຍເຖິງຂະບວນການນຳພາທີ່ເສຍຫລະ ອົງອາດ ກ້າຫານ ຂອງບັນດາຜູ້ນຳລາວໃນໄລຍະຜ່ານມາເວົ້າລວມ ເວົ້າສະເພາະແມ່ນ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ ໃນການນຳພາຕໍ່ສູ້ຕ້ານສັກດີນາຕ່າງດ້າວທີ່ເຂົ້າມາຮຸກຮານລາວທັງແບບເກົ່າ ແລະ ແບບໃໝ່ ຈົນໄດ້ປົດປ່ອຍອອກຈາກແອກປົກຄອງຂອງສັກດີນາ ແລະ ສະຖາປະນາ ເປັນ ສປປ ລາວ ໃນວັນທີ 2 ທັນວາ 1975, ໃນໂອກາດນີ້ທ່ານກໍໄດ້ມີທິດໃນການຊີ້ນຳໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງພ້ອມກັນຮ່ຳຮຽນເອົາແນວຄິດຮັກຊາດອັນຍິ່ງໃຫຍ່ ທີ່ີມີທ່ານຜູ້ນຳເປັນແບບຢ່າງ, ຮັກບ້ານເກີດເມືອງນອນຂອງຕົນ ທັງພູມໃຈໃນຄວາມເປັນລາວ ແລະ ພ້ອມກັນນຳເອົາຂໍ້ມູນດັ່ງກ່າວນີ້ໄປເຜີຍແຜ່ທັງສືບຕໍ່ປະຕິບັດສອງໜ້າທີຍຸດທະສາດ ກໍຄືພາລະກິດກິດອັນສຳຄັນຂອງຊາດ ສືບທອດມູນເຊື້ອອັນອົງກາດກ້າຫານໃນ ການປົກປັກຮັກສາ ແລະ ພ້ອມກັນພັດທະນາປະເທດຊາດໃຫ້ຈະເລີນສີວິໄລ.

 

 

  

 

 

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025