ສະຖານທູດ ສປປ ລາວ ປະຈຳ ສິງກະໂປ ຮ່ວມຈັດງານ ASEAN Gala Night 2024

17/12/2024

ສະຖານທູດ ສປປ ລາວ ປະຈຳ ສິງກະໂປ ຮ່ວມຈັດງານ ASEAN Gala Night 2024

ໃນວັນທີ 10 ທັນວາ 2024, ທີ່ ໂຮງແຮມອໍເຊີດ, ສິງກະໂປ, ສະຖານເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສິງກະໂປ, ໃນນາມປະທານອາຊຽນ 2024 ຮ່ວມກັບບັນດາສະຖານທູດອາຊຽນ ແລະ ຕີມໍ ເລສະເຕ ປະຈໍາ ສິງກະໂປ ໄດ້ພ້ອມກັນເປັນເຈົ້າພາບຈັດງານ ອາຊຽນ ກາລາໄນ 2024 (ASEAN Gala Night 2024). ການຈັດງານດັ່ງກ່າວນີ້ແມ່ນເປັນປະເພນີປະຕິບັດກັນມາຂອງບັນດາສະຖານທູດ ອາຊຽນ ປະຈໍາ ສິງກະໂປ, ໂດຍປະເທດທີ່ເປັນປະທານອາຊຽນ ຕາມຮອບໜູນວຽນຈະຕ້ອງໄດ້ເປັນເຈົ້າພາບ, ປີນີ້ ເປັນຮອບໜູນວຽນຂອງ ສະຖານທູດລາວເຮົາເປັນເຈົ້າພາບ, ໂດຍການເຂົ້າຮ່ວມເປັນແຂກກິຕິມະສັກຂອງ ທ່ານ ອານເບີດ ຈົວ, ຫົວຫນ້າຫ້ອງການກະຊວງການຕ່າງປະເທດ ສິງກະໂປ, ບັນດາທູດຂອງປະເທດຄູ່ຮ່ວມເຈລະຈາ ແລະ ແຂກຖືກເຊີນ ເຂົ້າຮ່ວມ ຫຼາຍກວ່າ 300 ທ່ານ.

ຈຸດປະສົງຂອງການຈັດງານດັ່ງກ່າວນີ້ ເພື່ອເປັນການສະຫຼຸບຍ້ອງຍໍຊົມເຊີຍການເປັນທານອາຊຽນ ຂອງ ສປປລາວ ແລະ ທັງເປັນການປະກາດມອບປະທານອາຊຽນຕາມຮອບໜູນວຽນໃຫ້ປະເທດ ມາເລເຊຍ ເປັນປະທານ ອາຊຽນ ປີ 2025, ທັງເປັນການໂຄສະນາເຜີຍແຜ່ວັດທະນາທໍາ, ຮີດຄອງປະເພນີອັນດີງາມ, ຂອງບັນປະເທດອາຊຽນ ໃນນັ້ນ ແຕ່ລະປະເທດ ໄດ້ນຳເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ເປັນທີ່ສັນຍາລັກຂອງຊາດ ມາວາງສະແດງໃນງານ ເປັນຕົ້ນ ອາຫານ, ຜ້າໄຫມແຜ່ນແພ ແລະ ອື່ນໆ, ຜູ້ເຂົ້າຮ່ວມງານຄັ້ງນີ້ ຍັງໄດ້ຮັບຊົມການສະແດງສິນລະປະວັດທະທໍາ ທີ່ເປັນເອກະລັກແຕ່ລະປະເທດ ນຳອີກ. ພ້ອມນັ້ນ, ງານດັ່ງກ່າວນີ້, ຖືເປັນການສ້າງໂອກາດທີ່ດີໃຫ້ບັນດານັກການທູດ, ພະນັກງານສະຖານທູດ ແລະ ສະມາຄົມຄົນຕ່າງປະເທດຂອງບັນດາປະເທດອາຊຽນ ທີ່ອາໄສຢູ່ ສິງກະໂປ ໄດ້ພົບປະສັງສັນ ເຕົ້າໂຮມຄວາມສາມັກຄີ ແລະ ໂອ້ລົມສົນທະນາ ເພື່ອແລກປ່ຽນຄໍາຄິດເຫັນຮ່ວມກັນ, ສ້າງຄວາມຮັກແພງກັນລະຫວ່າງນັກການທູດ ແລະ ນັກທຸລະກິດຂອງ ສິງກະໂປ ກໍ່ຄື ນັກທຸລະກິດຂອງບັນດາປະເທດອາຊຽນ ທີ່ເຮັດທຸລະກິດຢູ່ສິງກະໂປ.

ການເປັນເຈົ້າພາບຈັດງານ ອາຊຽນ ກາລາໄນ ຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງຈົບງາມ, ເຊິ່ງເຕັມໄປດ້ວຍເນື້ອໃນຄວາມໝາຍສຳຄັນ. ຜົນສໍາເລັດດັ່ງກ່າວນີ້ ແມ່ນປັດສະຈາກບໍ່ໄດ້ຈາກການຮ່ວມມືຈາກອ້າຍນ້ອງພະນັກງານພາຍໃນສະຖານທູດລາວ, ສະມາຄົມຄົນລາວ ແລະ ບັນດານ້ອງນັກຮຽນ-ນັກສຶກສາລາວ ຢູ່ ສິງກະໂປ, ລວມທັງໄດ້ຮັບການຮ່ວມມື ແລະ ສະໜັບສະໜູນອັນດີ ຈາກບັນດາສະຖານທູດປະເທດອາຊຽນ ແລະ ຕີມໍ ເລສະເຕ ປະຈຳ ສ. ສິງກະໂປ ກໍ່ຄື ເພື່ອນມິດໃກ້ສິດຈາກ ສິງກະໂປ ຈໍານວນໜຶ່ງ.

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025