21/04/2026
ໃນລະຫວ່າງວັນທີ 20-24 ເມສາ 2026 ທີ່ ບາງກອກ, ປະເທດ ໄທ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນ ອາຊີ-ປາຊີຟິກ ສະໄໝທີ 82 (the 82nd session of the Economic and Social Commission for Asia and the Pacific (ESCAP) ຈັດຂຶ້ນພາຍໃຕ້ຫົວຂໍ້: "ພວກເຮົາພ້ອມກັນກ້າວໄປ: ການພັດທະນາສັງຄົມສໍາລັບທຸກໄວອາຍຸ ຢູ່ໃນພາກພື້ນ ອາຊີ ແລະ ປາຊີຟິກ (Leaving no one behind: advancing a society for all ages in Asia and the Pacific)". ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາວຽກງານ, ຍັດຕິ ແລະ ມະຕິ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ແລະ ທິດທາງໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍ ໃນໄລຍະໃໝ່ ໂດຍຜ່ານການພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆປະຈໍາປີ 2026-2027. ກອງປະຊຸມດັ່ງກ່າວ ສືບຕໍ່ເປັນເວທີປຶກສາຫາລືທີ່ສໍາຄັນ ຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບສິ່ງທ້າທາຍ ໃນໄລຍະໃໝ່ ເປັນຕົ້ນແມ່ນ: ທ່າອ່ຽງຂອງປະຊາກອນ ໃນປະຈຸບັນ ແລະ ຕໍ່ໜ້າ, ບູລິມະສິດທາງດ້ານເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາທີ່ມີປະສິດທິຜົນ ຂອງປະຊາກອນທຸກໄວອາຍຸ, ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຂອງແມ່ຍິງ, ການເບິ່ງແຍງສຸຂະພາບຂອງຜູ້ສູງອາຍຸ ແລະ ການເຊື່ອມໂຍງທາງສັງຄົມ.

ໃນວັນທີ 20 ເມສາ 2026, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວບົດຄໍາເຫັນພິເສດ (special address) ໃນພິທີເປີດກອງປະຊຸມຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດ້ານຕ່າງໆ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກ ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ. ໃນນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ຂອງການເພີ່ມທະວີການຮ່ວມມືໃນພາກພື້ນ ອາຊີ-ປາຊິຟິກ ກໍຄືການຮ່ວມມືສາກົນ ໂດຍຍຶດໝັ້ນຫຼັກການຮ່ວມມືຫຼາຍຝ່າຍ (multilateralism) ເພື່ອແກ້ໄຂສິ່ງທ້າທາຍ ຕໍ່ ການພັດທະນາເສດຖະກິດ-ສັງຄົມ ໂດຍລວມ ຂອງພາກພື້ນ ເປັນຕົ້ນແມ່ນ ຄວາມເສື່ອມໂຊມທາງດ້ານເສດຖະກິດ, ບັນຫາໜີ້ສິນສາທາລະນະ, ການປ່ຽນເເປງ ຂອງສະພາບດິນຟ້າອາກາດ, ຄວາມບໍ່ສະເໝີພາບ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງທີ່ແກ່ຍາວ ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ສະບຽງອາຫານ, ຊຶ່ງໄດ້ນໍາໄປສູ່ພະວະເງິນເຟີ້ ແລະ ຄ່າຄອງຊີບທີ່ສູງຂຶ້ນ.
.jpeg)
ໃນວັນດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຂຶ້ນກ່າວຄໍາເຫັນ ຕໍ່ ກອງປະຊຸມ ໃນພາກອະພິປາຍທົ່ວໄປ (general debate) ໂດຍໄດ້ຍົກໃຫ້ເຫັນເຖິງຄວາມພະຍະຍາມ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ສະບັບໃໝ່ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ 10, ຊຶ່ງຖືເປັນໜຶ່ງໃນບັນດາມາດຕະການພື້ນຖານ ທີ່ຈະນໍາໄປສູ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026. ແຜນພັດທະນາເສດຖະກິດ-ສັງຄົມດັ່ງກ່າວ ແມ່ນເປົ້າໝາຍການຈະເລີນເຕີບໂຕ ຂອງ GDP ສະເລ່ຍຢ່າງໜ້ອຍ 6 ເປີເຊັນຕໍ່ປີ ແລະ ອັດຕາ GDP ຕໍ່ ຫົວຄົນໃຫ້ບັນລຸ 3,055 ໂດລາຕໍ່ປີ ພາຍໃນປີ 2030. ສໍາຄັນ, ແມ່ນການສ້າງພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ (ສອຈ) ໂດຍໄດ້ກໍານົດ 7 ຂົງເຂດບູລິມະສິດ ເປັນຕົ້ນແມ່ນ: ພະລັງງານສະອາດ, ກະສິກຳ ແລະ ການປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງ ແລະ ເສດຖະກິດດິຈິຕອນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ຍັງໄດ້ຕີລາຄາສູງຕໍ່ກັບຫົວຂໍ້ ຂອງກອງປະຊຸມຄັ້ງນີ້ ກໍຄືການຮັບປະກັນໃຫ້ແກ່ການພັດທະນາສັງຄົມ ສຳລັບທຸກໄວອາຍຸ, ຊຶ່ງສອດຄ່ອງກັບບູລິມະສິດການພັດທະນາແບບຍືນຍົງ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ຢ່າງເຕັມສ່ວນ ແລະ ມີຄວາມໝາຍ ຂອງທຸກພາກສ່ວນໃນສັງຄົມ ເຂົ້າໃນວຽກງານການພັດທະນາ ແລະ ຮັບປະກັນຜົນປະໂຫຍດທີ່ແທ້ຈິງ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຊຸກຍູ້ໃຫ້ປະຊາຄົມສາກົນ ພ້ອມກັນເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ບັນດາປະເທດທີ່ມີສະພາບເງື່ອນໄຂຫຍຸ້ງຍາກ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການພັດທະນາແບບຍືນຍົງ ກໍຄືການບັນລຸວາລະ 2030 ຂອງ ສປຊ ວ່າດ້ວຍການພັດທະນາເເບບຍືນຍົງ.
.jpeg)
ໃນໂອກາດດັ່ງກ່ວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບ ທ່ານ ນາງ Armida Salsiah Alisjahbana, ເລຂາບໍລິຫານງານ UNESCAP ເພື່ອປຶກສາຫາລືຮ່ວມກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການຮ່ວມມື ພາຍໃຕ້ຂອບວຽກງານທີ່ກ່ຽວຂ້ອງ, ຕາມດ້ວຍການພົບປະກັບ ທ່ານ Jeyhun Bayramov, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ອາແຊກໄບຊານ ໂດຍມີຈຸດປະສົງປຶກສາຫາລື ກ່ຽວກັບການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອາແຊກໄບຊານ.
.jpeg)

ພິເສດ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຮອງເອົາຍັດຕິ ຈໍານວນ 06 ສະບັບ ແລະ ມະຕິ ຈໍານວນ 25 ສະບັບ ກ່ຽວກັບການຈັດຕັ້ງປະຕິບັດບັນດາເເຜນງານ ປະຈໍາປີ 2026-2027 ເພື່ອຊຸກຍູ້ການເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງບັນດາປະເທດ LDCs, LLDCs ເເລະ SIDs.
ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມບັນດາວາລະທາງການ ແລະ ກອງປະຊຸມປິ່ນອ້ອມ (Side Events) ດັ່ງກ່າວຢ່າງຕັ້ງໜ້າ ເພື່ອແລກປ່ຽນຄວາມຄິດເຫັນ ກ່ຽວກັບປະສົມການ ແລະ ບົດຮຽນທີ່ດີໃນການແກ້ໄຂສິ່ງທ້າທາຍຕ່າໆ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນ ແນໃສ່ຮັບປະກັນຄວາມຍືນຍົງ ຂອງການພັດທະນາສັງຄົມ ສຳລັບທຸກໄວອາຍຸ ເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງ ແລະ ຮອບດ້ານ.

