ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

11/04/2026

ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ  ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ  ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເນື່ອງໃນໂອກາດສົ່ງ​ທ້າຍ​ປີ​ເກົ່າ ພ.ສ 2568 ແລະ ຕ້ອນຮັບ​ປີ​ໃໝ່ລາວ ພ.ສ 2569 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄດ້​ຈັດ​ພິທີສະ​ເຫຼີມສະຫຼອງບຸນປີໃໝ່ລາວຂຶ້ນ ໃນ​ວັນ​ທີ 11 ເມສາ 2026 (ພ.ສ 2568), ທີ່ ພັດຕະຄານ ເຊນພິລາ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ; ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍມີຄະນະນຳກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາອະດີດການນຳ, ພະນັກງານອາວຸໂສບຳນານ, ບັນດາຄະນະຫ້ອງການ-ຄະນະກົມ ແລະ ພະນັກງານທັງສອງພາກສ່ວນ, ບັນດາທູຕານຸທູດຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ກົງສຸນກິດຕິມະສັກຕ່າງປະເທດ ປະຈຳ ສປປ ລາວ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຂຶ້ນກ່າວຄຳເຫັນ ແລະ ອວຍພອນ ພະນັກງານ ແລະ ບັນດາແຂກທີ່ເຂົ້າຮ່ວມງານ ໃຫ້ມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ຕະຫຼອດປີ ພ.ສ 2569 ແລະ ຕະຫຼອດໄປ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນຂອງຕົນ, ອວຍພອນໃຫ້ປະຊາຊົນທຸກປະເທດໃນທົ່ວໂລກ ມີຄວາມຜາສຸກ, ຈະເລີນຮຸ່ງເຮືອງ, ມີສັນຕິພາບ ແລະ ຢູ່ຮ່ວມກັນໂດຍສັນຕິ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ປະຊາຄົມໂລກ ສືບຕໍ່ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ປີ ພ.ສ 2568 ທີ່ຜ່ານມາ ເປັນປີທີ່ມີຄວາມໝາຍສໍາຄັນຂອງ ສປປ ລາວ ໂດຍສະເພາະແມ່ນມີການສະເຫຼີມສະຫຼອງເຫດການສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ດ້ວຍຜົນສຳເລັດອັນຈົບງາມ ເຊັ່ນ: ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ  ຄົບຮອບ 50 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ແລະ ອື່ນໆ. ໃນປີຜ່ານມາ, ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ພ້ອມທັງບັນລຸຜົນສຳເລັດໃນຫຼາຍດ້ານ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ, ສ້າງສັງຄົມໃຫ້ມີຄວາມສະຫງົບສຸກ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສາມັກຄີເປັນປຶກແຜ່ນ. ຄວາມພະຍາຍາມເຫຼົ່ານີ້ ໄດ້ສະໜັບສະໜູນຄວາມກ້າວໜ້າຢ່າງໝັ້ນຄົງຂອງປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ແລະ ການຄຸ້ມຄອງບໍລິຫານລັດຂອງລັດຖະບານ. ຄຽງຄູ່ກັນນັ້ນ, ຜົນສຳເລັດເຫຼົ່ານີ້ທີ່ ສປປ ລາວ ຍາດມາໄດ້ ສ່ວນໜຶ່ງກໍແມ່ນຍ້ອນການສະໜັບສະໜູນຢ່າງຕໍ່ເນື່ອງຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທັງໃນພາກພື້ນ ແລະ ໃນໂລກ.

ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ຖືໂອກາດນີ້ ສະແດງຄວາມຊົມເຊີຍຕໍ່ຄວາມເສຍສະຫຼະຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງພະນັກງານໃນຂະແໜງການຕ່າງປະເທດທັງໝົດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສົ່ງເສີມບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີສາກົນ ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນທັງໝົດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ ຕະຫຼອດມາ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າຮ່ວມກັບປະຊາຄົມສາກົນ ໂດຍຜ່ານຂອບການຮ່ວມມືຕ່າງໆ ເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ ທັງໃນພາກພື້ນ ແລະ ໃນໂລກ.

ໃນພິທີດັ່ງກ່າວ, ທ່ານ ແອດີ ເອຍວານ ມາຮມຸດ, ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ໃນນາມເອກອັກຄະລັດຖະທູດອາວຸໂສ ໄດ້ຕາງໜ້າໃຫ້ບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ ພ້ອມທັງໄດ້ສະແດງຄວາມພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ໃນພິທີສະເຫຼີມສະຫຼອງຄັ້ງນີ້, ກໍໄດ້ມີພິທີບາສີສູ່ຂວັນ ແລະ ຫົດນໍ້າອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ, ຮ່ວມພາເຂົ້າສາມັກຄີ, ຊົມ​ການສະ​ແດງ​ສິນລະປະ​ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນ ດ້ວຍຄວາມສະໜິດສະໜົມ, ຄວາມຮັກແພງ ແລະ ຄວາມສາມັກຄີອັນດີງາມ ຊຶ່ງເຮັດໃຫ້ພິທີສະຫຼອງສົ່ງ​ທ້າຍ​ປີ​ເກົ່າ ພ.ສ 2568 ແລະ ຕ້ອນຮັບ​ປີ​ໃໝ່ລາວ ພ.ສ 2569 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນ​ຊື່ນ ແລະ ມີຄວາມໝາຍສໍາຄັນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ.

ບຸນປີໃໝ່ລາວ ເປັນບຸນປະເພນີທີ່ສືບທອດກັນມາແຕ່ບູຮານນະການ ຊຶ່ງເປັນສັນຍາລັກຂອງການຊໍາລະລ້າງຄວາມຫຍຸ້ງຍາກໃນອະດີດ ແລະ ຕ້ອນຮັບການເລີ່ມຕົ້ນໃໝ່ທີ່ເຕັມໄປດ້ວຍຄວາມຫວັງ ແລະ ຄວາມຈະເລີນຮຸ່ງເຮືອງ. ການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ເປັນປະເພນີທາງວັດທະນະທຳນີ້ ຍັງມີຄວາມຄ້າຍຄືກັນກັບຫຼາຍປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ຊຶ່ງສ່ອງແສງໃຫ້ເຫັນເຖິງຄວາມຮູ້ສຶກນຶກຄິດທີ່ຄ້າຍຄືກັນປຽບສະເໜືອນຄົນໃນຄອບຄົວ, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ຄວາມສາມັກຄີເປັນປຶກແຜ່ນ ໃນບັນຍາກາດຂອງການສະເຫຼີມສະຫຼອງບຸນປະເພນີທີ່ຄ້າຍຄືກັນນີ້. ການຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ໃນຄັ້ງນີ້ ຍັງຖືເປັນກິດຈະກໍາໜຶ່ງ ໃນການເຜີຍແຜ່ຜົນສໍາເລັດໃນສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ, ເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວ ທີ່ມີມາແຕ່ດົນນານອອກສູ່ສາຍຕາສາກົນ ແລະ ເຊີນຊວນບັນດານັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ນັບມື້ນັບຫຼາຍຂຶ້ນ ພ້ອມທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ.