09/04/2026
ວັນທີ 08 ເມສາ 2026, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດງານສົ່ງທ້າຍປີເກົ່າ ພ.ສ 2568 ແລະ ຕ້ອນຮັບປີໃໝ່ລາວ ປີມະເມຍ ພ.ສ 2569 ທີ່ນະຄອນຫຼວງ ຮ່າໂນ້ຍ ໂດຍເປັນກຽດເຂົ້າຮ່ວມ ຝ່າຍຫວຽດນາມມີ: ສະຫາຍ ເລ ຮວ່າຍ ຈຸ່ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ສຈ. ປອ ດວ່ານ ມິງ ຮວັນ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ; ສະຫາຍ ນາງ ຫວໍ ທິ ແອັງ ຊວັນ, ກຳມະການສູນກາງພັກ, ຮອງປະທານປະເທດ ແລະ ບັນດາສະຫາຍຮອງລັດຖະມົນຕີກະຊວງຕ່າງໆຂອງ ສສ ຫວຽດນາມ.
ຝ່າຍລາວມີ: ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະນຳ, ພະນັກງານສະຖານທູດ, ນັກສຶກສາລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ກ່າວຄຳເຫັນ ບາງຕອນທ່ານໄດ້ກ່າວວ່າ: ປີໃໝ່ລາວປີນີ້ແມ່ນກົງກັບລະຫວ່າງວັນທີ 14 ຫາ 16 ເມສາ, ເປັນບຸນປະເພນີທີ່ສືບທອດກັນມາແຕ່ບູຮານນະການ ຕິດພັນກັບວິຖີຊີວິດ ແລະ ຮີດຄອງອັນດີງາມຂອງລາວ. ບຸນປີໃໝ່ລາວ ກໍມີຄວາມໝາຍສຳຄັນຄືກັບບຸນປີໃໝ່ຫວຽດນາມ ຖືເປັນບຸນປາງໃຫຍ່ປະຈຳຊາດ ທັງເປັນໂອກາດໃຫ້ສະມາຊິກຄອບຄົວ ໄດ້ເຕົ້າໂຮມກັນຢ່າງມີຄວາມສຸກ ເພື່ອອວຍພອນສິ່ງດີໆໃຫ້ກັນແລະກັນ, ເປັນການອະນຸລັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດໄວ້ໃຫ້ຄົງຢູ່ຕະຫຼອດໄປ. ປີ 2026 ເປັນປີທີ່ມີຄວາມໝາຍສຳຄັນຂອງສອງປະເທດ ລາວ ແລະ ຫວຽດນາມ, ເປັນປີທີ່ສອງປະເທດໄດ້ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດອັນຈົບງາມ ແລະ ຍິ່ງໃຫຍ່ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ພ້ອມທັງຜົນສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກໍຄື ສະພາຊິກສະພາຜູ້ແທນປະຊາຊົນ ຂັ້ນທ້ອງຖິ່ນ ຄັ້ງທີ X ຂອງ ສປປ ລາວ ແລະ ຄັ້ງທີ XVI ຂອງ ສສ ຫວຽດນາມ. ສອງປະເທດໄດ້ສຸມໃສ່ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງຕົນ ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ໃນໂອກາດປີໃໝ່ລາວ ພ.ສ 2569, ທ່ານທູດໄດ້ອວຍພອນໃຫ້ບັນດາສະຫາຍການນຳພັກ, ລັດຫວຽດນາມ ແລະ ແຂກທີ່ເຂົ້າຮ່ວມ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວທຸກປະການຕະຫຼອດປີໃໝ່. ພ້ວມດຽວກັນນີ້, ທ່ານທູດ ໄດ້ຕາງໜ້າໃຫ້ຜູ້ນຳ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງ ສສ ຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ບໍ່ວ່າໃນສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງຕໍ່ການນຳທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ, ອົງການຈັດຕັ້ງຕ່າງໆ, ສະຖານການສຶກສາ ທີ່ໄດ້ໃຫ້ການເບິ່ງແຍງດູແລ, ສິດສອນ, ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ພົນລະເມືອງລາວ ທີ່ດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນ ຢູ່ ສສ ຫວຽດນາມຕະຫຼອດມາ. ທ່ານໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ເລ ຮວ່າຍ ຈຸ່ງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າການນຳຂັ້ນສູງ ພັກ, ລັດ ຫວຽດນາມ ໄດ້ກ່າວອວຍພອນປີໃໝ່ລາວອີກດ້ວຍ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.

