ກອງປະຊຸມວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໄລຍະປີ 2022 - 2026

02/04/2026

ກອງປະຊຸມວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື  ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໄລຍະປີ 2022 - 2026

ໃນວັນທີ 02 ເມສາ 2026 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ   ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕາງໜ້າ ຈາກ ບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງ ເພື່ອນໍາສະເໜີ ບົດລາຍງານປະຈໍາປີ 2025 ຂອງ ອົງການ ສປຊ ປະຈໍາ ສປປ ລາວ ໃນຂອບວຽກການຮ່ວມມື Lao PDR – UNSDCF 2022-2026 ( The United Nations Sustainable Development Cooperation Framework) ພ້ອມທັງນໍາສະເໜີຮ່າງແຜນວຽກຮ່ວມ ປະຈໍາປີ 2026 ຂອງບັນດາອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການສ້າງຂອບການຮ່ວມມື Lao PDR – UNSDCF ສະບັບໃໝ່ 2027-2031. 


ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງລັດຖະບານ ໃຫ້ສຳເລັດຕາມຄາດໝາຍ ຄຽງຄູ່ກັບຄວາມສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.

ພ້ອມດຽວກັນນັ້ນ, ທ່ານ ນາງ ມຸກດາວັນ ສີສຸລິດ, ປະທານກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ຂອງຄະນະກໍາມະການຊີ້ນໍາຮ່ວມ JSC, ເຊິ່ງນອກຈາກເປັນເວທີໃນການປຶກສາຫາລືແລ້ວ ກໍຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ທີ່ໄດ້ໃຫ້ການສະໜັບສະໜູນ ໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X.

ທ່ານ  Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນຢໍ້າວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດຂອບວຽກການຮ່ວມມື Lao PDR-UNSDCF 2022-2026 ຮ່ວມກັບ ຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍ່ຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ກອງປະຊຸມ ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະ ໜຶ່ງປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການຮ່ວມມືຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍ່ຄືແຜນບຸລິມະສິດ ປະຈຳປີ ຂອງຂະແໜງການພາກລັດ ແນໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

ຂອບການຮ່ວມມື UNSDCF ແມ່ນຂອບການຮ່ວມຍຸດທະສາດລວມຂອງ ລະບົບອົງການ ສປຊ ຢູ່ໃນ ສປປ ລາວ ທີ່ກໍານົດວິໄສທັດຮ່ວມ, ວຽກງານຍຸດທະສາດ ແລະ ຜົນທີ່ຈະໄດ້ຮັບ, ລວມທັງທິດທາງລວມຂອງ ບັນດາອົງການເຄື່ອຂ່າຍຂອງ ສປຊ ໃນການຈັດຕັ້ງຜັນຂະຫຍາຍບັນດາແຜນຍຸດທະສາດ ໃນໄລະຍະ 5 ປີ ໂດຍສອດຄ່ອງກັບບັນດາເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງ (ປພຍ) ຂອງ ສປປ ລາວ. ສໍາລັບໂຄງຮ່າງຂອບການຮ່ວມມື ສະບັບໃໝ່ ປີ 2027-2031 ໄດ້ກໍານົດເອົາ 3 ວຽກງານບູລິມະສິດຍຸດທະສາດ (three strategic priorities) ຄື: (1) ຄວາມເປັນຢູ່ທີ່ດີຂອງ ປະຊາຊົນ (people’s wellbeing); (2) ການປົກຄອງ ແລະ ສະຖາບັນ (governance and institutions); ແລະ (3) ສິ່ງແວດລ້ອມ ແລະ ການເຕີບໂຕແບບຍືນຍົງ (environment and sustainable growth), ຊຶ່ງສອດຄ່ອງກັບແນວທາງການພັດທະນາແຫ່ງຊາດ ແລະ ວິໄສທັດໄລຍະຍາວຂອງ ສປປ ລາວ.