ສປປ ລາວ ແລະ ລາຊະອານາຈັກໄທ ສືບຕໍ່ຮັດແໜ້ນ ການພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືດ້ານວິຊາການ ລາວ-ໄທ, ໄທ-ລາວ

30/03/2026

ສປປ ລາວ ແລະ ລາຊະອານາຈັກໄທ ສືບຕໍ່ຮັດແໜ້ນ ການພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືດ້ານວິຊາການ ລາວ-ໄທ, ໄທ-ລາວ

 

ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 26 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ 2026, ທີ່ ແຂວງວຽງຈັນ, ສປປ ລາວ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນທະນົງສັກ ຈັນທະລາດ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທັງເປັນເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ ແລະ ທ່ານ ຈຸນລະວັດ ນະລິນທະລາງກູນ ນະອະຍຸດທະຍາ, ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ, ໂດຍມີການເຂົ້າຮ່ວມ ຂອງ ທ່ານ ນ. ຄຣອງຂະນິດ ຮັກຈະເລີນ,​ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປລາວ, ທ່ານ ຮອງຫົວໜ້າກົມ, ບັນດາພະແນກ ແລະ ພະນັກງານ ທີ່ກ່ຽວຂ້ອງຈາກກະຊວງຂະແໜງການຕ່າງໆ ຂອງ ລາວ ແລະ ໄທ ເຂົ້າຮ່ວມ ຢ່າງພ້ອມພຽງ.

 

 

ໃນກອງປະຊຸມໃນຄັ້ງນີ້ ສອງຝ່າຍ ໄດ້ຮ່ວມກັນຄົ້ນຄວ້າ ແລະ ທົບທວນຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 25 ທີ່ຜ່ານມາ ແລະ ຜົນການຈັດຕັ້ງປະຕິບັດໂຄງການຮ່ວມມືເພື່ອການພັດທະນາ ລາວ-ໄທ ໄລຍະ 3 ປີ ສະບັບທີ2 (2023-2025) ກວມເອົາ 7 ຂົງເຂດ, ລວມທັງໝົດ 35 ໂຄງການ ໃນຂົງເຂດກະສິກໍາ; ການສຶກສາ ແລະ ກິລາ; ສາທາລະນະສຸກ; ການຄ້າ, ອຸດສາຫະກໍາ ແລະ ການທ່ອງທ່ຽວ; ສິ່ງແວດລ້ອມ; ການພັດທະນາສັງຄົມ ແລະ ການບໍລິຫານລັດ, ການພັດທະນາຊັບພະຍາກອນມະນຸດ. ພ້ອມດຽວກັນນີ້, ຝ່າຍໄທ ໄດ້ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນທຶນການສຶກສາລະດັບປະລິນຍາໂທ ຈຳນວນ 30 ທຶນຕໍ່ປີ, ທຶນຝຶກອົບຮົມໄລຍະສັ້ນ ຈຳນວນ 20 ຫຼັກສູດຕໍ່ປີ ແລະ ທຶນຝຶກອົບຮົມພາຍໃຕ້ຂອບການຮ່ວມມືຫຼາຍຝ່າຍ ຈຳນວນໜຶ່ງ ແກ່ ສປປລາວ ລວມທັງໂຄງຊ່ວຍເຫຼືອທາງດ້ານວິຊາການອື່ນໆ ທີ່ຝ່າຍລາວມີຄວາມຕ້ອງການ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ເຫັນດີຮັບຮອງ ເອົາໂຄງການຮ່ວມມືເພື່ອການພັດທະນາ ໄລຍະ3​ ປີ ສະບັບທີ 3 (2026-2028) ລວມທັງໝົດ ຈຳນວນ 37 ໂຄງການ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ແລະ ຍັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຜັນຂະຫຍາຍ ແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳ ນັບມື້ ນັບຫຼາຍຂຶ້ນ.

  

 

ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຝ່າຍໄທ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນການຮ່ວມມືເພື່ອການພັດທະນາດ້ານຕ່າງໆ ໃຫ້ແກ່ ສປປ ລາວ ໃນໄລຍະມາ ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ທີ່ຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາ​ແຜນງານ ການ​ຮ່ວມ​ມືຕາມບົດບັນທຶກກອງປະຊຸມຄັ້ງທີ່ຜ່ານມາ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານ, ເຊິ່ງສາມາດຕອບສະໜອງຕາມນະໂຍບາຍ ແລະ ເຈດຕະນາລົມຂອງລັດຖະບານທັງສອງປະເທດ ທີ່ຍາມໃດ ກໍໄດ້ເອົາໃຈໃສ່ສົ່ງ​ເສີມ ແລະ ​ພັດທະນາສາຍພົວພັນມິດຕະພາບ​ ແລະ ການຮ່ວມມືອັນດີງາມ ຖານ​ບ້ານ​ໃກ້​ເຮືອນ​ຄຽງ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງຂື້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ສູງຂຶ້ນ ໂດຍສະເພາະການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສປປ ລາວ ເພື່ອບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) 2030.