ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ

24/03/2026

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ

 

ໃນວັນທີ 18 ມີນາ 2026 ທີ່ຜ່ານມາ, ທີ່ ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ນາງ  ນາຕາຊາ ເພຍ ມູຊາ (Nataša Pirc Musar), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລເວນີ, ໂດຍມີສໍານັກງານ ຕັ້ງຢູ່ ນະຄອນຫຼວງວຽນນາ, ປະເທດ ໂອຕຣິດ.  

  

 

ໃນໂອກາດດັ່ງກ່າວ, ພະນະທ່ານ ນາງ  ນາຕາຊາ ເພຍ ມູຊາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄຳແພງ ດວງທອງລາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສະໂລເວນີ, ເເລະ ສະເເດງຄວາມເຊື່ອໝັ້ນວ່າ ທ່ານ ເອກອັກຄະລັດຖະທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ, ພ້ອມທັງ ອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນມີກຽດ.

 

 

ພ້ອມກັນນີ້, ທ່ານ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ ມາຍັງ ພະນະທ່ານ ທ່ານ ນາງ  ນາຕາຊາ ເພຍ ມູຊາ ແລະ ປະຊາຊົນ ສະໂລເວນີ. ນະໂອກາດນີ້, ພະນະທ່ານ ນາງ  ນາຕາຊາ ເພຍ ມູຊາ ກໍໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງ ພະນະທ່ານ ທອງລຸນ ສິສຸລິດ ແລະ ປະຊາຊົນ ລາວ ເຊັ່ນດຽວກັນ. 

 

 

ທັງສອງຝ່າຍ ໄດ້ພ້ອມກັນ ຕີລາຄາການພົວພັນຮ່ວມມື ລະຫວ່າງສອງປະເທດ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1996 ຊຶ່ງປີນີ້ ຄົບຮອບ 30 ປີ, ໃນດ້ານການເມືອງສອງປະເທດມີການພົວພັນກັນດີ ໂດຍຮັກສາ ແລະ ເສີມຂະຫຍາຍການພົວພັນຮ່ວມມືຢ່າງຕໍ່ເນື່ອງ ເປັນຕົ້ນສະຫນັບສະຫນູນ ເຊິ່ງກັນ ແລະກັນ ໃນເວທີຫຼາຍຝ່າຍ ເຊັ່ນ: ຂອບອົງການສະຫະປະຊາຊາດ ແລະ ການພົວພັນ ອາຊຽນ-ອີຢູ ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ໃນເວທີຕ່າງໆ.  ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ແມ່ນຍັງຢູ່ໃນລະດັບທີ່ຈໍາກັດຫຼາຍ, ສອງຝ່າຍສະເຫນີໃຫ້ຊອກຫາຊ່ອງທາງ ແລະ ໂອກາດຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ.  ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ກໍໄດ້ແຈ້ງສະພາບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ການກະກຽມອອກຈາກປະເທດດ້ອຍພັດທະນາໃນປີ 2026 ພ້ອມທັງສະແດງຄວາມຂອບໃຈນໍາລັດຖະບານ ແລະ ປະຊາຊົນ ສະໂລເວນີ ທີ່ໃຫ້ການສະຫນັບສະຫນູນຊ່ວຍເຫຼືອໃນການພັດທະນາ ຢູ່ ສປປ ລາວ ໃນໄລຍະຜ່ານມາ,  ແຈ້ງການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄັ້ງທີີ 3 ຂອງລັດພາຄີ ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ທີ່ ສປປ ລາວ ໃນລະຫວ່າງວັນທີ 13-18 ກັນຍາ 2026.    

 

 

ໃນໄລຍະໄປຍື່ນສານຄັ້ງນີ້, ທ່ານ ຄໍາແພງ ດວງທອງລາ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ດຣ. ນາງ Melita Gabrič, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ. ສະໂລເວນີ ແລະ ໄດ້ແລກປ່ຽນສານຊົມເຊີຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ.ສະໂລເວນີ ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ສະໂລເວນີ (ວັນທີ 28 ມີນາ 1996 - 28 ມີນາ 2026); ແລະ  ພົບປະ ກັບກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ສ. ສະໂລເວນີ ເພື່ອປຶກສາຫາລື ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ.