ສປປ ລາວ ແລະ ອົງການພະລັງງານປະລໍາມະນູສາກົນ ຮ່ວມລົງນາມເອກະສານຂອບການຮ່ວມມື ສະບັບທີ 3 ສໍາລັບ 2026-2033

18/03/2026

ສປປ ລາວ ແລະ ອົງການພະລັງງານປະລໍາມະນູສາກົນ ຮ່ວມລົງນາມເອກະສານຂອບການຮ່ວມມື ສະບັບທີ 3 ສໍາລັບ 2026-2033

ໃນວັນທີ 13 ມີນາ 2026 ທີ່ຜ່ານມາ, ທີ່ ສໍານັກງານໃຫຍ່ອົງການພະລັງງານປະລໍາມະນູສາກົນ ປະຈໍາ ນະຄອນຫຼວງວຽນ, ປະເທດ ໂອຕຣິດ, ໄດ້ມີພິທີລົງນາມເອກະສານຂອບການຮ່ວມມືດ້ານວິຊາການ ສະບັບທີ 3 ສໍາລັບ 2026-2033 (Country Programme Framework 2026-2033) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການພະລັງງານປະລໍາມະນູສາກົນ (IAEA), ຕາງໜ້າໃຫ້ຝ່າຍລັດຖະບານ ສປປ ລາວ ແມ່ນ ທ່ານ ຄໍາແພງ ດວງທອງລາ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການຈັດຕັ້ງສາກົນ ທີ່ ນະຄອນຫຼວງວຽນ ແລະ ຝ່າຍອົງການ IAEA ແມ່ນ ທ່ານ Hua Liu, ຮອງຜູ້ອໍານວຍການໃຫຍ່ ອົງການ IAEA, ໂດຍມີພະນັກງານຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດລົງນາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IAEA, ເຊິ່ງໄດ້ຮັບຜົນສໍາເລັດ ແລະ ບາດກ້າວຂະຫຍາຍຕົວ, ພ້ອມທັງສະແດງຄວາມຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງອົງການໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດ, ຄວາມຮູ້ ກ່ຽວກັບ ການນໍາໃຊ້ນິວເຄຼຍໃນທາງສັນຕິ. ພ້ອມກັນນີ້, ຍັງສະແດງຄວາມຫວັງວ່າ ອົງການ IAEA ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ເພື່ອນໍາໃຊ້ເຕັກໂນໂລຊີທາງດ້ານນິວເຄຼຍ ເພື່ອການພັດທະນາແບບຍືນຍົງ.

ໃນໂອກາດກຽວກັນ, ທ່ານ Hua Liu ໄດ້ແຈ້ງໃຫ້ຊາບເຖິງບົດບາດສໍາຄັນຂອງ ອົງການ IAEA ໃນການຮ່ວມມືກັບປະເທດສະມາຊິກ ໃນການສົ່ງເສີມການນໍາໃຊ້ນິວເຄຼຍເພື່ອການພັດທະນາ ໂດຍສະເພາະແມ່ນການຮ່ວມມືທາງດ້ານເຕັກນິກ. ພ້ອມດຽວກັນ, ກໍເນັ້ນບົດບາດຄວາມເປັນເຈົ້າການຂອງປະເທດສະມາຊິກ ໃນການຈັດຕັ້ງປະຕິບັດ CPF, ເຊິ່ງສອດຄ່ອງກັບບູລິມະສິດ ແລະ ຄວາມຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດສະມາຊິກ ເປັນຕົ້ນ ສ້າງຄວາມປອດໄພຈາກລັງສີ, ນໍາໃຊ້ນິວເຄຼຍ ເພື່ອທາງກະສິກໍາ, ການແພດ ແລະ ໂພສະນາການ, ການຄຸ້ມຄອງນໍ້າ ແລະ ສິ່ງແວດລ້ອມ ແລະ ອື່ນໆ. ພ້ອມດຽວກັນ, ທ່ານຍັງສະແດງຄວາມຊົມເຊີຍຕໍ່ຂະແໜງການກ່ຽວຂ້ອງຂອງລາວ ແລະ ໜ່ວຍງານຂອງ ອົງການ IAEA ໄດ້ສໍາເລັດການສ້າງເອກະສານ CPF ສະບັບທີ 3 ແລະ ຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ໃນໄລຍະຜ່ານມາ, ສປປ ລາວ ແລະ ອົງການ IAEA ໄດ້ຮ່ວມລົງນາມຮັບຮອງເອົາ ແລະ ຈັດຕັ້ງປະຕິບັດແຜນງານ CPF ຈໍານວນ 2 ສະບັບ ຄື: ສະບັບທີ 1 ສໍາລັບ 2014-2018 ແລະ ສະບັບທີ 2 ສໍາລັບ 2020-2025. ສ່ວນການລົງນາມ ສະບັບທີ 3 ສໍາລັບ 2026-2033 ນີ້ ແມ່ນເປັນການສືບຕໍ່ສະໜັບສະໜູນທາງດ້ານເຕັກນິກ-ວິຊາການ ທີ່ຕິດພັນກັບວຽກງານລັງສີ-ນິວເຄຼຍ, ລວມເຖິງການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄວາມອາດສາມາດໃນຂົງເຂດສະເພາະທີ່ກ່ຽວຂ້ອງ ເຊັ່ນ: ຄວາມປອດໄພຈາກລັງສີ, ອຸດສາຫະກຳ, ພະລັງງານ, ກະສິກຳ, ໂພຊະນາການ, ນໍ້າ, ສິ່ງແວດລ້ອມ, ການສຶກສາ ແລະ ວິໄຈ ແລະ ເຊື່ອມໂຍງ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ລວມທັງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030).