10/03/2026
ໃນຕອນເຊົ້າ ຂອງວັນທີ 06 ມີນາ 2026, ທີ່ທຳນຽບປະທານາທິບໍດີ ແບນເລວູ້ (Schloss Bellevue), ນະຄອນຫລວງແບກແລງ, ທ່ານ ກະເສມສັກ ສາຍສຸລິຍາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ (Frank-Walter Steinmeier), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫລວງແບກແລງ, ປະເທດເຢຍລະມັນ.

ໃນໂອກາດດັ່ງກ່າວ, ທ່ານ ກະເສມສັກ ສາຍສຸລິຍາ ໄດ້ສະແດງຄວາມຂອບໃຈ ແລະ ນຳເອົາຄວາມ ຢື້ຢາມຖາມຂ່າວອັັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຝາກເຖິງພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້, ປະທານາທິບໍດີເຢຍລະມັນ ແລະ ປະຊາຊົນເຢຍລະມັນທຸກຖ້ວນໜ້າ.

ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ ໄດ້ສະແດງຄວາມຊົມເຊີຍ ແລະ ຍີນດີຕ້ອນຮັບຕໍ່ທ່ານ ກະເສມສັກ ສາຍສຸລິຍາ, ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວຄົນໃໝ່ ປະຈໍາສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອປະຕິບັດໜ້າທີ່ ອັນຊົງກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການ ເຄື່ອນໄຫວວຽກງານການທູດຂອງຕົນ. ພ້ອມດຽວກັນນີ້, ພະນະທ່ານປະທານາທິບໍດີ ຝຣັງ-ວານເຕີ້ ສະຕ້າຍ ມາຍເຍີ້ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຜາສຸກ ມາຍັງພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ຜ່ານພະນະທ່ານໄປ ຍັງປະຊາຊົນລາວທຸກຖ້ວນຫນ້າ.

ໃນໂອກາດການຍື່ນສານ, ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ກ່າວສະແດງຄວາມຍີນດີ ຕໍ່ການພົວພັນ ອັນດີ, ການຮ່ວມມືອັນມີໝາກຜົນ ແລະ ມີຄວາມຕໍ່ເນື່ອງມາເປັນເວລາຍາວນານລະຫວ່າງສອງປະເທດ ໃນ ໄລຍະຜ່ານມາ, ບໍ່ວ່າຈະຢູ່ໃນຂອບສອງຝ່າຍ ແລະ ຂອບຫລາຍຝ່າຍ ເປັນຕົ້ນການເສີມຂະຫຍາຍການພົວພັນ ຮ່ວມມືໃນຂະແໜງການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການປົກປັກຮັກສາສິ່ງແວດລ້ອມ, ລວມ ການຊ່ວຍເຫລືອສະຫນັບສະຫນູນຊຶ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນອົງການສະຫະປະຊາຊາດ ແລະ ການພົວພັນຮ່ວມມືໃນຂອບອາຊຽນ-ອີຢູ, ຊຶ່ງໄດ້ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາ ພັດທະນາປະເທດ ແລະ ການພັດທະນາແບບຍືນຍົງໃນພາກພື້ນ. ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ຕາງ ໜ້າລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫລອດໄລຍະຜ່ານມາ.

ສປປ ລາວ ແລະ ສສ. ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958, ຊຶ່ງໃນປີ 2026 ນີ້, ຈະຄົບຮອບ 68 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 63 ປີຂອງການພົວພັນຮ່ວມມືຊ່ວຍເຫລືອດ້ານເຕັກນິກລະຫວ່າງສອງຝ່າຍ.

