ທູດລາວ ປະຈຳ ມຽນມາ ຮ່ວມຕິດຕາມຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ມຽນມາ

04/03/2026

ທູດລາວ ປະຈຳ ມຽນມາ ຮ່ວມຕິດຕາມຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ມຽນມາ

ໃນລະຫວ່າງວັນທີ 25 ກຸມພາ 2026 ຫາວັນທີ 1 ມີນາ 2026, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ.ມຽນມາ ພ້ອມພະນັກງງານສະຖານທູດ ໄດ້ຮ່ວມຕິດຕາມຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ມຽນມາ ຈໍານວນ 8 ທ່ານ, ຊຶ່ງນໍາພາໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງຄະນະກຳມາທິການຕ່າງປະເທດ, ສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ມຽນມາ ທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ. ມຽນມາ. ການຢ້ຽມຢາມຄັ້ງນີ້ແມ່ນຕອບສະໜອງຕາມຄໍາເຊີນຂອງຝ່າຍມຽນມາ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ, ໂດຍສະເພາະ ລະຫວ່າງ ສອງສະມາຄົມມິດຕະພາບ ລາວ-ມຽນມາ, ມຽນມາ-ລາວ. ເນື່ອງໂອກາດການຢ້ຽມຄັ້ງນີ້ ນອກຈາກໄດ້ລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືນໍາກັນແລ້ວ, ຄະນະຝ່າຍລາວ ກໍໄດ້ຮັບກຽດໃຫ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕັນ ສຸຍ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ.ມຽນມາ.