ສະຖານທູດລາວຈັດພິທີເຜີຍແຜ່ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ປາຖະກະຖາວັນສຳຄັນຂອງພັກ, ຂອງກອງທັບ

02/03/2026

ສະຖານທູດລາວຈັດພິທີເຜີຍແຜ່ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ປາຖະກະຖາວັນສຳຄັນຂອງພັກ, ຂອງກອງທັບ

ວັນທີ 28 ກຸມ​ພ​າ 2026 ທີ່​ຜ່ານ​ມາ, ​ທີ່​ນະ​ຄອນຫຼວງ​ຮ​່າ​ໂນ້ຍ, ສະ​ຖານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສ​ປ​ປ ລາວ ປະ​ຈຳ​ ສ​ສ ຫວຽດ​ນາມ ໄດ້​ຈັດ​ພິເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ປາ​ຖະ​ກະ​ຖາ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຄົບ​ຮອບ 71 ປີ (22/03/1955-22/03/2026), ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ​ຮອບ ຄົບ​ຮອບ 77 ປີ (20/01/1949-20/01/2026) ທີ່​ສຳ​ນັກ​ງານ​ສະ​ຖານ​ທູດ​ລາວ​ທີ່ ຮ່າ​ໂນ້ຍ ໂດຍ​ການ​ໃຫ້​ກຽດ​ບັນ​ຍາຍ​ຂອງ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ, ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ, ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ,  ​ເຂົ້າ​ຮ່ວມ​ຮັບ​ຟັງ​ມີ​ຄະ​ນະ​ພັກ​ຮາກ​ຖານ, ຄະ​ນະ​ໜ່ວຍ​ພັກ, ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ສະ​ຖານ​ທູດ​ລາວ; ຄະ​ນະ​ໜ່ວຍ​ພັກ​ອົງ​ການ​ຜູ້​ຕາງໜ້າ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຈຳ ສ​ສ ຫວຽດ​ນາມ; ຄະ​ນະ​ໜ່ວຍ​ພັກ​ນັກ​ສຶກ​ສາ​ລາວ ທົ່ວ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ແລະ ພະ​ນັກ​ງານ​ຫ້ອງ​ການ​ບິນ​ລາວສາ​ຂາ ຮ່າ​ໂນ້ຍ ເຂົ້າ​ຮ່ວມ​ເຊື່ອມ​ຊືມ​ຈຳ​ນວນ 90 ສະ​ຫາຍ.

ໃນ​ພິ​ທີ, ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ສຳ​ຄັນ​ ແລະ ຜົນ​ສຳ​ເລັດ​ອັນພົ້ນ​ເດັ່ນຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຊຶ່ງ​ດຳ​ເນີນ​ໄປ​ພາຍ​ໃຕ້​ຄຳ​ຂວັນ “ຍົກ​ສູງ​ບົດ​ບາ​ດການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ, ຕັ້ງ​ໜ້າ​ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດ ​ເປັນ​ເຈົ້າ​ຕົນ​ເອງ, ສືບ​ຕໍ່​ບູ​ລະ​ນະ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃຫ້​ໜັກ​ແໜ້ນ​ ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ”. ກອງ​ປະ​ຊຸມ​ໃຫຍ່​ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ໂຄ​ງ​ການ​ການ​ເມືອງ​ຂອງ​ພັກ ສະ​ບັບ​ທີ 3 “ບູ​ລະ​ນະ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ​” ເຊິ່ງ​ເປັນ​ເອ​ກະ​ສານ​ສຳ​ຄັນ ແມ່ນ​ທິດ​ສະ​ດີ​ປະ​ຕິ​ວັດ​ຂອງ​ພັກ, ເປັນ​ທວນ​ໄຟ​ເຍືອງ​ທາງ​ໃຫ້​ແກ່​ພັກ ແລະ ທົ່ວ​ປວງ​ຊົນລາວ ​ໃນ​​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ເປັນ​ຂີດ​ໝາຍ​ສຳ​ຄັນ​ທາງ​ປະ​ຫວັດ​ສາດ​, ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ມີ​ຊີ​ວິດ​ຊີ​ວາເຖິງ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພັກ​ເຮົາ ຕະຫຼອດ​ໄລ​ຍະ 70 ປີ ​ແຫ່ງ​ການ​ນຳ​ພາ ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ, ນຳ​ພາ ພາລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ກໍ​ຄື​ນຳ​ພາ​ ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່.

ພາຍຫຼັງ​ສຳ​ເລັດ​ການ​ເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ສະ​ຫາຍ​ ນາງ ຄຳ​ເພົາ ເອີນ​ທະ​ວັນ ກໍໄດ້​ສື​ບ​ຕໍ່ໃຫ້​ກຽດປາ​ຖະ​ກະ​ຖາ ເລົ່າ​ມູນ​ເຊື້ອ​​ປະ​ຫວັດ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ​ຄື​ກອງ​ທັບ​ປະ​ຊາ​ຊົນ​ລາວ ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງຄົບ​ຮອບ 71 ປີ ແລະ 77 ປີ ໂດຍ​​ສະ​ຫາຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງຂະ​ບວນ​ວິ​ວັດ​ແຫ່ງ​ການ​ກຳ​ເນີດເຕີບ​ໃຫຍ່ ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ​ຄື​ບົດ​ບາດ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ. ຍົກ​ໃຫ້​ເຫັນ​ມູນ​ເຊື້ອ​ປະ​ຫວັດ​ແຫ່ງ​ການ​ສ້າງ​ຕັ້ງກອງ​ທັບ​ປະ​ຊາ​ຊົນ​ລາວ ​ພາຍ​ໃຕ້​ການ​ນຳ​ພາ ເດັດ​ຂາດ ໂດຍ​ກົງ ແລະ ຮອບ​ດ້ານ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ​​ສະ​ຫາຍ​ໄດ້ທົບ​ທວນ​ຄືນ ​ປະ​ຫວັດ​​ແຫ່ງການ​ກຳ​ເນີດ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ​; ຜົນ​ງານ​ໄຊ​ຊະ​ນະ, ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງກອງ​ທັບ​ປ​ະ​ຊາ​ຊົນ​ລາວ​ໃນ​ແຕ່​ລະ​ໄລ​ຍະ ແລະ ທາດ​ແທ້-ມູນ​ເຊື້ອ​ສະ​ຫງ່າ​ອົງ​ອາດ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ ທີ່​ເຕີບ​ໃຫຍ່​ເຂັ້ມ​ແຂງ​ໄປ​ພ້ອມ​ກັບ​ການ​ເຕີບ​ໃຫຍ່​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.