ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ກົວລາລໍາເປີ, ມາເລເຊຍ

10/07/2025

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ກົວລາລໍາເປີ, ມາເລເຊຍ

 

 

ໃນວັນທີ 8 ກໍລະກົດ 2025, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນການພົບປະຄັ້ງນີ້, ສອງຝ່າຍຕ່າງກໍ່ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ ໂດຍສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍໄມຕີຈິດມິດຕະພາບອັນສະໜິດແໜ້ນ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ພັດທະນາເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ພ້ອມນີ້, ສອງຝ່າຍ ຍັງໄດ້ເປັນເອກະພາບສູງໃນການຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາກົນໄກການຮ່ວມມື, ນະໂຍບາຍທີ່ເປັນບູລິມະສິດ ແລະ ສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມໂຍງພື້ນຖານເສດຖະກິດສອງປະເທດ ໂດຍສະເພາະແມ່ນດ້ານການຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ ແລະ ການຈັດຕັ້ງຜັນຂະຫຍາຍ ບັນດາໂຄງການທີ່ສຳຄັນຕ່າງໆ ຢ່າງຕັ້ງໜ້າ ລະຫວ່າງ ສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຮູບປະທຳ.

ສອງຝ່າຍ ຍັງໄດ້ຕີລາຄາສູງການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ບົນພື້ນຖານການຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືໄລຍະ 2021-2025; ແລະ ເຫັນດີ​ຈະ​ສົມທົບ​ກັນທົບທວນຄືນ, ປັບປຸງ ແລະ ຮ່ວມກັນ ສ້າງຂໍ້ຕົກລົງການ​ຮ່ວມ​ມື​ໃນ​ໄລຍະ​ຕໍ່​ໄປ. ພ້ອມນີ້, ຍັງເຫັນ​ດີ​ເປັນ​ເອກະພາບກັນ ​ຊຸກຍູ້​ການ​ແລກປ່ຽນບົດຮຽນ, ການຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ການຕິດຕໍ່ພົວພັນ​ ​ລະຫວ່າງ​ ບັນດາ​ກົມຕ່າງໆທີ່ກ່ຽວຂ້ອງ ​ຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ໂຄສະນາ ແລະ ສຶກສາອົບຮົມກ່ຽວກັບມູນເຊື້ອສາຍພົວພັນ ລະຫວ່າງ ສອງປະເທດ ໃຫ້ແກ່ນັກການ​ທູດລຸ້ນໜຸ່ມໃຫ້ເຂົ້າສູ່ລວງເລິກ.