ຂ່າວການເຄື່ອນໄຫວຂອງສະຖານທູດ ແລະ ກົມ
ຄົ້ນ​ຫາ​ໃນ​ໜ້ານີ້

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ACD ຄັ້ງທີ 2 ໃນລະຫວ່າງວັນທີ 17-19 ມິຖຸນາ 2025 ທີ່ ບາງກອກ, ປະເທດ ໄທ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ACD ຄັ້ງທີ 2 ໃນລະຫວ່າງວັນທີ 17-19 ມິຖຸນາ 2025 ທີ່ ບາງກອກ, ປະເທດ ໄທ

20/06/2025

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2025 ຜ່ານມາ ທີ່ ບາງກອກ, ປະເທດ ໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 2 (2nd Asia Cooperation Dialogue Senior Officials’ Meeting) ໂດຍການເປັນປະທານຮ່ວມ ຂອງ ທ່ານ ໄພສານ ຣູພານິດກິດ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ແລະ ທ່ານ Nasser Rides Almotairi, ເລຂາທິການໃຫຍ່ ຂອບການຮ່ວມມື ACD; ນອກນັ້ນ, ຍັງມີຄະນະຜູ້ແທນ 30 ປະເທດ ໃນຈໍານວນທັງໝົດ 35 ປະເທດສະມາຊິກ ACD ເຂົ້າຮ່ວມໃນທ່າມກາງບັນຍາກາດອັນອົບອຸ່ນ, ມີເນື້ອໃນ, ສ້າງສັນ, ມີມິດຕະພາບ ແລະ ໄມຕີຈິດ.

ອ່ານ​ເພີ່ມ

ການສົນທະນາດ້ານສິດທິມະນຸດ ສປປ ລາວ-ສະຫະພາບເອີຣົບ ຄັ້ງທີ 14

ການສົນທະນາດ້ານສິດທິມະນຸດ ສປປ ລາວ-ສະຫະພາບເອີຣົບ ຄັ້ງທີ 14

20/06/2025

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 14 ຂຶ້ນໃນ ວັນທີ 13 ມິຖຸນາ 2025 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ-ສະເຕັມບຣິດ, ຫົວໜ້າຫ້ອງການຮັບຜິດຊອບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ກົມອາຊີ-ປາຊີຟິກ, ສໍານັກງານການຕ່າງປະເທດສະຫະພາບເອີຣົບ.

ອ່ານ​ເພີ່ມ

ກອງປະຊຸມສະໄໝພິເສດ ຂອງ ຄະນະປະຈໍາສະຖາບັນແມ່ນໍ້າຂອງ  ວັນທີ 13 ມິຖຸນາ 2025, ທີ່ ບາງກອກ, ປະເທດ ໄທ

ກອງປະຊຸມສະໄໝພິເສດ ຂອງ ຄະນະປະຈໍາສະຖາບັນແມ່ນໍ້າຂອງ ວັນທີ 13 ມິຖຸນາ 2025, ທີ່ ບາງກອກ, ປະເທດ ໄທ

18/06/2025

ໃນວັນທີ 13 ມິຖຸນາ 2025, ທ່ານ ອິນທະສອນ ທິຣະກຸນ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ໃນນາມຄະນະປະຈໍາສະຖາບັນແມ່ນໍ້າຂອງ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສະໄໝພິເສດຂອງຄະນະປະຈໍາສະຖາບັນແມ່ນໍ້າຂອງ ທີ່ ບາງກອກ, ປະເທດ ໄທ

ອ່ານ​ເພີ່ມ

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ວັນທີ 10 ມິຖຸນາ 2025 ທີ່ ປີນັງ, ປະເທດມາເລເຊຍ

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ວັນທີ 10 ມິຖຸນາ 2025 ທີ່ ປີນັງ, ປະເທດມາເລເຊຍ

10/06/2025

ໃນວັນທີ 10 ມິຖຸນາ 2025, ທ່ານ ອິນທະສອນ ທິຣະກຸນ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ສ. ອາເມລິກາ (Mekong-U.S Partnership Senior Officials’ Meeting) ທີ່ ປີນັງ, ປະເທດມາເລເຊຍ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ນ. Prangtip Kanchanahattakij, ຮອງຫົວຫນ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດໄທ ແລະ ທ່ານ Sean O’Neill, ຫົວໜ້າກົມອາຊີ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ສ. ອາເມລິກາ ເຊິ່ງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

ສະຖານທູດລາວທີ່ບາງກອກຈັດກິດຈະກຳການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

ສະຖານທູດລາວທີ່ບາງກອກຈັດກິດຈະກຳການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

10/06/2025

ໃນຕອນບ່າຍວັນທີ 30 ພຶດສະພາ 2025, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຣາຊະອານາຈັກໄທ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ຮ່ວມກັບ ມູນນິທິໄຊພັດທະນາ, ສຳນັກງານເພື່ອປະສານງານໂຄງການອັນເນື່ອງມາຈາກພະຣາຊະດຳຣິ (ກປຣ), ກະຊວງການຕ່າງປະເທດໄທ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຫລັກ 22 ສປປ ລາວ.

ອ່ານ​ເພີ່ມ

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ.

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ.

06/06/2025

ໃນວັນທີ 5 ມິຖຸນາ 2025 ທີ່ ແຂວງຈໍາປາສັກ, ສືບຕໍ່ຈາກການຈັດກອງປະຊຸມເຜີຍແຜ່ໃຫ້ບັນດາພະແນກ ແລະ ຂະແໜງການຂອງ 04 ແຂວງພາກໃຕ້ ໃນວັນທີ 4 ມິຖຸນາ ຜ່ານມາ, ກອງເລຂາ ປພຍ ນໍາໂດຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບນັກສຶກສາຂອງໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ສົມສັກ ເສົາວະລັດ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ.

ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ  ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ

ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ

06/06/2025

ຕອນເຊົ້າວັນທີ 02 ມິຖຸນາ 2025, ຢູ່ທີ່ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ, ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນ ກີມ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ.

ອ່ານ​ເພີ່ມ