ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ
14/08/2025
ໃນວັນທີ 12 ສິງຫາ 2025, ທີ່ສຳນັກພະລາດຊະວັງ ວາດູສ, ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕີນສະເຕນ ເພື່ອດຳລົງຕຳ ແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ປະເທດ ເລັກເຕິນສະເຕນ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ ເຊີແນວ, ປະເທດສະວິດ.
ອ່ານເພີ່ມ
ສະຫະພັນແມ່ຍິງຮາກຖານສະຖານທູດລາວ ປະຈຳ ສສ ຫວຽດນາມ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
14/08/2025
ວັນທີ 09 ສິງຫາ 2025 ທີ່ຜ່ານມາ, ທີ່ສະຖານເອກອັກຄະລັດຖະທູດລາວໃນນະຄອນຫຼວງ ຮ່າໂນ້ຍ, ສະຫະພັນແມ່ຍິງຮາກຖານສະຖານທູດລາວ ໄດ້ຈັດພິທີ ປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 ຫາ 20 ກໍລະກົດ 2025), ໂດຍການໃຫ້ກຽດເປັນປະທານ ແລະ ເລົ່າມູນເຊື້ອຂອງ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີບັນດາຄະນະນຳສະຖານທູດ, ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານສະຖານທູດ, ຜູ້ຕາງໜ້າຄະນະກຳມະບານ, ຊາວໜຸ່ມສະຖານທູດ, ຄະນະໜ່ວຍສະຫະພັນແມ່ຍິງນັກສຶກສາລາວ 17 ໜ່ວຍ ແລະ ພະນັກງານສະຖານທູດເຂົ້າຮ່ວມ ຈຳນວນ 58 ທ່ານ, ຊາຍ 15 ທ່ານ.
ອ່ານເພີ່ມ
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
13/08/2025
ໃນຕອນເຊົ້າ ຂອງ ວັນທີ 10 ສິງຫາ 2024, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ H.E.Mr. Masoud Pezeshkian, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ, ປະເທດ ອິນເດຍ.
ອ່ານເພີ່ມ
ສະຖານທູດລາວປະຈຳ ສສ ຫວຽດນາມ ແລະ ສະຖານທູດບັງກະລາເທດ ປະຈຳ ສປປ ລາວ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ
06/08/2025
ຕອນເຊົ້າຂອງວັນທີ 06 ສິງຫາ 2025, ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ຈັດສ້າງຕັ້ງກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ບັງກະລາເທດ. ຕາງໜ້າລົງນາມຝ່າຍລາວ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ຕາງໜ້າລົງນາມຝ່າຍ ບັງກະລາເທດ ໂດຍ ທ່ານ Md. Lutfor Rahman, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ບັງກະລາເທດ ປະຈໍາ ສປປ ລາວ ໂດຍມີພະນັກງານນັກການທູດທັງສອງສະຖານທູດ ເຂົ້າຮ່ວມເປັນສັກຂີພິຍານ.
ອ່ານເພີ່ມ
ກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ)
02/08/2025
ໃນລະຫວ່າງ ວັນທີ 31 ກໍລະກົດ - 02 ສິງຫາ 2025, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະ ຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດ ໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ພ້ອມດ້ວຍຜູ້ ຕາງໜ້າຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ທ່ານ ຈ້າວ ລີ້ຈ່ຽນ, ຮອງຫົວ ໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເປັນຫົວໜ້າຄະນະ ພ້ອມດ້ວຍ ຜູ້ຕາງໜ້າຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ.
ອ່ານເພີ່ມ
ປະຊຸມສະພາບໍລິຫານສະຖາບັນແມ່ນໍ້າຂອງ (MI Council Meeting) ຄັ້ງທີ 1 ປະຈຳສົກປີ 2025 ໃນລະຫວ່າງວັນທີ 31 ກໍລະກົດ 2025 ໃນຮູບແບບອອນໄລ
01/08/2025
ໃນລະຫວ່າງວັນທີ 31 ກໍລະກົດ 2025, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ໃນນາມຄະນະສະພາບໍລິຫານສະຖາບັນແມ່ນໍ້າຂອງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສະພາບໍລິຫານສະຖາບັນແມ່ນໍ້າຂອງ (MI Council Meeting) ຄັ້ງທີ 1 ປະຈຳສົກປີ 2025 ໃນຮູບແບບອອນໄລ
ອ່ານເພີ່ມ
ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12 ໃນຮູບແບບທາງໄກ, ວັນທີ 31 ກໍລະກົດ 2025 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ.
01/08/2025
ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2025, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າ ໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12 (the 12th Mekong-Lancang Cooperation Senior Officials’ Meeting) ໃນຮູບແບບທາງໄກ ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ.
ອ່ານເພີ່ມ
ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
16/07/2025
ໃນວັນທິ 11 ກໍລະກົດ 2025, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ອັນໂຕນິໂອ ກູເຕເຣດ ( Antonio Guterres), ເລຂາທິການໃຫຍ່ອົງການ ສປຊ ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ປະຈໍາອົງການ ສະຫະປະຊາຊາດ.
ອ່ານເພີ່ມ
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ
14/07/2025
ໃນວັນທີ 11 ກໍລະກົດ 2025 ທີ່ ສຳນັກງານປະທານາທິບໍດີ, ນະຄອນຫຼວງວຽນນາ, ສາທາລະນະລັດ ໂອຕຣິດ, ທ່ານ ຄໍາເເພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ອາເລັກຊານເດີ ຟານເເດ ເບເລນ (H.E. Mr. Alexander Van der Bellen), ປະທານາທິບໍດີ ເເຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ.
ອ່ານເພີ່ມ










