ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນໜັງສືແຕ່ງຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ອົງການອຸຍເເນສໂກ
20/10/2025
ໃນວັນທີ 16 ຕຸລາ 2025, ທ່ານ ກາລະມຸງຄຸນ ສຸພານຸວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ເຂົ້າຍື່ນໜັງສືແຕ່ງຕັ້ງຕໍ່ ທ່ານ ນາງ Audrey Azoulay, ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳ (United Nations Educational, Scientific and Cultural Organization) ຫຼື UNESCO ເພື່ອດໍາລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ອຸຍແນສໂກ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.
ອ່ານເພີ່ມ
ທູດລາວ ປະຈໍາ ຫວຽດນາມ ເຂົ້າຮ່ວມງານບຸນວັດທະນະທຳໂລກ ຄັ້ງທີ I ທີ່ ນະຄອນຫຼວງ ຮ່າໂນ້ຍ
17/10/2025
ໃນລະຫວ່າງວັນທີ 10-12 ຕຸລາ 2025, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຮ່ວມກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດງານບຸນວັດທະນະທຳໂລກ ຄັ້ງທີ I ປີ 2025 (The 1st Cultures of the World Festival 2025) ຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ຊື່ງເປັນການລິເລີ່ມທີ່ສຳຄັນ ໃນການຍົກບົດບາດເສົາຄ້ຳຂອງວັດທະນະທຳໃນການພັດທະນາແບບຍືນຍົງ, ເປັນຂົວຕໍ່ລະຫວ່າງປະເທດ ແລະ ປະຊາຊົນ ພ້ອມນັ້ນກໍເປັນການຊຸກຍູ້ການພັດທະນາຄວາມອຸດົມສົມບູນຂອງວັດທະນະທຳຫຼາກຫຼາຍ ແລະ ສືບຕໍ່ຢືນຢັນເຖິງບົດບາດຂອງ ຮ່າໂນ້ຍ ທີ່ເປັນນະຄອນແຫ່ງຫົວຄິດປະດິດສ້າງ ແລະ ເປັນເມືອງເພື່ອສັນຕິພາບ ທີ່ອົງການ UNESCO ຮັບຮອງເອົາ.
ອ່ານເພີ່ມ
ກອງປະຊຸມປຶກສາຫາລືຫຼາຍຝ່າຍ ກ່ຽວກັບການປະເມີນຂອບການຮ່ວມມື 2022-2026 ແລະ ບົດວິເຄາະການຈັດຕັ້ງປະຕິບັດ ໃນ ສປປ ລາວ, ວັນທີ 14 ຕຸລາ 2025, ທີ່ ໂຮງແຮມ ອຳມາຣີ, ນະຄອນຫຼວງວຽງຈັນ
14/10/2025
ໃນວັນທີ 14 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການ ຜູ້ປະສານງານ ອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຝ່າຍ ກ່ຽວກັບການປະເມີນຂອບການຮ່ວມມື 2022-2026 ແລະ ບົດວິເຄາະການຈັດຕັ້ງປະຕິບັດໃນ ສປປ ລາວ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານ ອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມ ຫຼາຍກ່ວາ 70 ທ່ານ ຈາກ ບັນດາກະຊວງ, ອົງການທຽບເທົ່າ ກະຊວງທີ່ກ່ຽວຂ້ອງ, ບັນດາອົງການເຄືອຂ່າຍ ສປຊ, ອົງການບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ.
ອ່ານເພີ່ມ
ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ
13/10/2025
ໃນຕອນບ່າຍຂອງວັນທີ 7 ຕຸລາ 2025, ທີ່ພະຣາຊະວັງເຈົ້າຊີວິດ ຢູ່ນະຄອນຫລວງ Oslo, ປະເທດນອກແວ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ Harald V ແຫ່ງ ຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ຣາຊະອານາຈັກ ນອກແວ.
ອ່ານເພີ່ມ
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບໂຄງການເຫັນຜົນໄວ ພາຍໃຕ້ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ
29/09/2025
ໃນວັນທີ 29 ກັນຍາ 2025 ທີ່ ກະຊວງການຕ່າງປະເທດ, ສປປ ລາວ ແລະ ອິນເດຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບ ໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ເຊິ່ງໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ Rohit Babbar, ອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ ລັດຖະບານ ອິນເດຍ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ.
ອ່ານເພີ່ມ
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ
12/09/2025
ໃນຕອນເຊົ້າຂອງວັນທີ 05 ກັນຍາ 2025 ທີ່ ທຳນຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ໂດນັນ ທຣຳ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມລິກາ ຄົນໃໝ່, ເຊິ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.)
ອ່ານເພີ່ມ
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ
12/09/2025
ໃນວັນທີ 10 ກັນຍາ 2025 ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແວວລິງຕັນ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຕໍ່ ພະນະທ່ານ ນາງ ແດມ ຊິນດີ ຄີໂຣ (Dame Cindy Kiro), ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ນິວຊີແລນ ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງແຄນເບີຣາ, ປະເທດອົດສະຕຣາລີ.
ອ່ານເພີ່ມ
ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມຽນມາ ເຂົ້າອວຍພອນ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ມຽນມາ
02/09/2025
ໃນຕອນເຊົ້າຂອງວັນທີ 28 ສິງຫາ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ພ້ອມດ້ວຍ ທີ່ປຶກສາທູດປ້ອງກັນຊາດ ແລະ ພະນັກງານສະຖານທູດ ແຫ່ງ ສປປ ລາວ ປະຈຳ ມຽນມາ ໄດ້ເຂົ້າອວຍພອນ ເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດ ສສ ຫວຽດນາມ ປະຈໍາ ມຽນມາ ໃນໂອກາດວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (02/09/1945-02/09/2025).
ອ່ານເພີ່ມ










