ຂ່າວການເຄື່ອນໄຫວຂອງສະຖານທູດ ແລະ ກົມ
ຄົ້ນ​ຫາ​ໃນ​ໜ້ານີ້

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ພົບປະເຮັດວຽກ ກັບ ລັດຖະມົນຕີກະຊວງສຶກສາ ແຫ່ງ ສສ ມຽນມາ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ພົບປະເຮັດວຽກ ກັບ ລັດຖະມົນຕີກະຊວງສຶກສາ ແຫ່ງ ສສ ມຽນມາ

09/01/2026

ໃນວັນທີ 5 ມັງກອນ 2026, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະຫະພາບມຽນມາ ໄດ້ພົບປະເຮັດວຽກກັບ ທ່ານ ດຣ. ຊໍ ຊໍ ເສັ່ງ (Dr. Chaw Chaw Sien), ລັດຖະມົນຕີກະຊວງສຶກສາ ແຫ່ງ ສສ. ມຽນມາ ຢູ່ທີ່ຫ້ອງຮັບແຂກຂອງກະຊວງສຶກສາ, ທີ່ນະຄອນຫຼວງເນປີດໍ, ໂດຍມີ ທ່ານ ດຣ. ທ່ານ ຊໍ ອູ, ຫົວໜ້າກົມການສຶກສາຂັ້ນສູງ (Higher Education Department) ພ້ອມດ້ວຍວິຊາການຄູອາຈານຈໍານວນໜຶ່ງເຂົ້າຮ່ວມ.

ອ່ານ​ເພີ່ມ

 

ກອງປະຊຸມພົບປະແລກປ່ຽນວຽກງານການທູດເສດຖະກິດ ລາວ-ຫວຽດນາມ ປະຈຳປີ 2025

ກອງປະຊຸມພົບປະແລກປ່ຽນວຽກງານການທູດເສດຖະກິດ ລາວ-ຫວຽດນາມ ປະຈຳປີ 2025

19/12/2025

ໃນວັນທີ 18-19 ທັນວາ 2025, ທີ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ. ໃນໂອກາດຕິດຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ 12. ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ຈາກກົມເສດຖະກິດ ແລະ ກົມກ່ຽວຂ້ອງພາຍໃນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະເຮັດວຽກດ້ານວິຊາການ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການທູດເສດຖະກິດ ລວມທັງ ກອງປະຊຸມສຳມະນາກ່ຽວກັບວຽກງານການພັດທະນາເສດຖະກິດດີຈິຕອນ ຮ່ວມກັບ ທ່ານ ນາງ ເຈິ່ນ ບາວ ຫງ໋ອກ (Tran Bao Ngoc), ຫົວໜ້າກົມການທູດເສດຖະກິດ ແລະ ກົມກ່ຽວຂ້ອງກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ.

ອ່ານ​ເພີ່ມ

 

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ແກ່ພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ແກ່ພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ

18/12/2025

ໃນວັນທີ 12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ເຊິ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ.

ອ່ານ​ເພີ່ມ

 

ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະແລກປ່ຽນບົດຮຽນດ້ານວຽກງານການຂ່າວ

ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະແລກປ່ຽນບົດຮຽນດ້ານວຽກງານການຂ່າວ

17/12/2025

ສະຫາຍ ບຸນທະລາ ປັນຍາວິຈິດ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ປະກອບມີ ຮອງຫົວໜ້າກົມ ແລະ ພະນັກງານກ່ຽວຂ້ອງຂອງກົມການຂ່າວ, ຕາງໜ້າຈາກກົມສົນທິສັນຍາ ແລະ ກົດ ໝາຍ, ກະຊວງການຕ່າງປະເທດ ແລະ ຕາງໜ້າຈາກກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມເຮັດວຽກ ແລະ ແລກປ່ຽນບົດຮຽນດ້ານການຂ່າວທີ່ຕິດພັນກັບວຽກງານການຕ່າງປະເທດ ຢູ່ ສສ. ຫວຽດນາມ ໃນລະຫວ່າງວັນທີ 13-17 ທັນວາ 2025, ຊຶ່ງເປັນກົນໄກປົກກະຕິທີ່ໄດ້ປະຕິບັດຮ່ວມກັນໃນໄລຍະຜ່ານມາ.

ອ່ານ​ເພີ່ມ

 

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ  ຈັດພິທີສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ຈັດພິທີສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ

11/12/2025

ໃນວັນທີ 09 ທັນວາ 2025 ທີ່ ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ຄົບຮອບ 50 ປີ, ທີ່ ໂຮງແຮມ ອັດທິນີ, ບາງກອກ, ຣາຊະອານາຈັກໄທ ໂດຍມີ ທ່ານ ຊວນ ຫຼີກໄພ, ອະດີດນາຍົກລັດຖະ ມົນຕີໄທ, ທ່ານ ວິຊາວັດ ອິດສະຣະພັກດີ, ລັດຖະມົນຊ່ວຍວ່າການກະຊວງການຕ່າງປະເທດໄທ, ທ່ານຮອງປະທານສະພາຜູ້ແທນລາດສະດອນແຫ່ງຣາຊະອານາຈັກໄທ, ອະດີດຮອງນາຍົກລັດຖະມົນຕີ, ທູຕານຸທູດ, ເຈົ້າໜ້າທີ່ຂັ້ນສູງຂອງບັນດາກະຊວງ, ຂະແໜງການພາກລັດ, ພາກເອກະຊົນ ແລະ ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາປະທານຊົມລົມຄົນໄທເຊື້ອສາຍລາວ, ນັກ ທຸລະກິດ ແລະ ແຂກຖືກເຊີນຈາກທັງໄທ ແລະ ລາວ ໃຫ້ກຽດເຂົ້າຮ່ວມງານຄັ້ງນີ້ຫຼາຍກວ່າ 800 ທ່ານ.

ອ່ານ​ເພີ່ມ

 

ສະຖານທູດລາວ ທີ່ ປັກກິ່ງ ສປ ຈີນ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ສະຖານທູດລາວ ທີ່ ປັກກິ່ງ ສປ ຈີນ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

10/12/2025

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດປະຊາຊົນຈີນ ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປປ ຈີນ, ທ່ານ Peng Qinghua, ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ Sun Haiyan, ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ Cai Wei, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ Huang Wentao, ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊ່າງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊ່າງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າ ທ່ານ.

ອ່ານ​ເພີ່ມ

 

ສະຖານທູດລາວ ທີ່ ປາຣີ ສະເຫລີມສະຫລອງວັນຊາດລາວ ຄົບຮອບ 50 ປີ

ສະຖານທູດລາວ ທີ່ ປາຣີ ສະເຫລີມສະຫລອງວັນຊາດລາວ ຄົບຮອບ 50 ປີ

10/12/2025

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ຂື້ນໃນວັນທີ 8 ທັນວາ 2025 ທີ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ. ໂດຍໄດ້ຮັບກຽດຈາກທ່ານ Jérôme Buisson, ສະມາຊິກສະພາແຫ່ງຊາດ, ປະທານຄະນະມິດຕະພາບ ຝຣັ່ງ-ລາວ ໃຫ້ກຽດເຂົ້າຮ່ວມເປັນແຂກກິຕິມະສັກ, ພ້ອມທັງມີການເຂົ້າຮ່ວມຂອງສະມາຊິກລັດຖະສະພາ, ຕາງໜ້າລັດຖະບານ ແລະ ກະຊວງການຕ່າງປະເທດຝຣັ່ງ, ບັນດາທູຕານຸທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ຜູ້ຕາງຫນ້າພາກທຸລະກິດ, ສັງຄົມຝຣັ່ງ ແລະ ຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ປະເທດຝຣັ່ງ ເຂົ້າຮ່ວມຈໍານວນ 200 ທ່ານ.

ອ່ານ​ເພີ່ມ

 

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ຈັດໂດຍ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ບຣຸກແຊນ, ແບນຊິກ

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ຈັດໂດຍ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ບຣຸກແຊນ, ແບນຊິກ

10/12/2025

ໃນວັນຈັນ, ວັນທີ 8 ທັນວາ 2025, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ແບນຊິກ, ລຸກຊໍາບວກ, ໂຮນລັງ ແລະ ສະຫະພາບເອີຣົບ ໂດຍມີສຳນັກງານຕັ້ງຢູ່ ບຣຸກແຊນ, ປະເທດ ແບນຊິກ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ນຳພາໂດຍ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແລະ ພັນລະຍາ ​ພ້ອມດ້ວຍ ບັນດາພະນັກງານສະຖານເອກອັກຄະລັດຖະທູດ.

ອ່ານ​ເພີ່ມ

 

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອິນໂດເນເຊຍ ແລະ ຕີມໍແລັດສະເຕ,  ແລະ ສໍານັກງານຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ  ໄດ້ຈັດງານສະເຫຼີມສະຫຼອງວັນຊາດລາວ ທີ 2 ທັນວາ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມສະຫຼອງວັນຊາດລາວ ທີ 2 ທັນວາ ຄົບຮອບ 50 ປີ

09/12/2025

ໃນວັນທີ 2 ທັນວາ 2025, ທີ່ ໂຮງແຮມ Borobudure, ຈາກາກຕາ, ສ.ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງຫນ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ໂດຍການເຂົ້າຮ່ວມຂອງທ່ານ ອັບດຸນ ມູຕີ (Abdul Mu’ti), ລັດທະມົນຕີກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ.ອິນໂດເນເຊຍ ເປັນແຂກກິດຕິມາສັກຂອງປະເທດເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ (Sultan Baktiar Najamudin), ປະທານສະພາຜູ້ແທນທ້ອງຖິ່ນ (Speaker of the Regional Representatives Council, DPD), ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ, ກະຊວງການຕ່າງປະເທດ, ກະຊວງຂະ ແໜງການອ້ອມຂ້າງ ແລະ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆ ຢູ່ ຈາກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກສຶກສາລາວ, ພະນັກງານສະຖານທູດ ແລະ ສໍານັກງານຜູ້ຕາງຫນ້າຖາວອນ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.

ອ່ານ​ເພີ່ມ