ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ
02/06/2025
ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2025, ທີ່ສະໜາມບິນສາກົນປາກເຊ, ນະຄອນປາກເຊ, ແຂວງຈໍາປາສັກ, ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 4 ປະຈໍາສົກປີ 2024-2025 ຢູ່ເຂດເມືອງດາກຈື້ງ, ແຂວງເຊກອງ.
ອ່ານເພີ່ມ
ເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຮອງເລຂາພັກນະຄອນຫຼວງຮ່າໂນ້ຍ
09/05/2025
ຕອນເຊົ້າວັນທີ 08 ພຶດສະພາ 2025, ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈິນ ສີ ແທັງ, ກຳມະການສູນກາງພັກ, ຮອງເລຂາພັກ, ປະທານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ອ່ານເພີ່ມ
ການຈັດງານສະເຫລີມສະຫຼອງປີໃໝ່ລາວ ພສ 2568 ຂອງສະຖານທູດລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ, ສ. ອາເມລິກາ
09/05/2025
ເນື່ອງໃນໂອກາດປີໃໝ່ລາວ ພສ 2568, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອາເມລິກາ ແລະ ການາດາ ຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ທີ່ຢູ່ ສ.ອາເມລິກາ ແລະ ການາດາ ໄດ້ຈັດແຂ່ງຂັນກິລາກ໋ອຟມິດຕະພາບໃນຕອນເຊົ້າ ແລະ ງານພົບປະສັງສັນສະເຫຼີມສະຫຼອງປີໃໝ່ລາວ ຂຶ້ນໃນຕອນຄໍ່າຂອງວັນທີ 03 ພຶດສະພາ 2025 ທີ່ສະຖານທູດລາວ, ນະຄອນຫຼວງ ວໍຊິງຕັນ ດີ.ຊີ, ໂດຍມີຫຼາຍພາກສ່ວນເຂົ້າຮ່ວມເຊັ່ນ: ທ່ານຮອງຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການ ສປຊ ພ້ອມດ້ວຍຄະນະ, ກໍາມະການສູນກາງແນວລາວສ້າງຊາດ ທີ່ ສ. ອາເມລິກາ ແລະ ການາດາ, ນັກທຸລະກິດລາວ, ນັກກິລາກ໋ອຟ, ຄະນະສະມາຄົມເຜົ່າຕ່າງໆ, ອະດິດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປປ ລາວ ຈຳນວນໜຶ່ງ ແລະ ພີ່ນ້ອງຄົນເຊື້ອຊາດລາວຈາກ ສ.ອາເມລິກາ ແລະ ການາດາ ຫລາຍກວ່າ 500 ຄົນ.
ອ່ານເພີ່ມ
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ສິງກະໂປ
05/05/2025
ໃນວັນທີ 29 ເມສາ 2025, ທີ່ ທໍານຽມປະທານາທິບໍດີ ອິສຕານາ (Istana), ທ່ານ ວິລັດສອນ ວິສອນນະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Tharman Shanmugaratnam, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ສິງກະໂປ.
ອ່ານເພີ່ມ










